ອີງຕາມບົດລາຍງານທະນາຄານພັດທະນາອາຊີ (ADB) ເປີດເຜີຍວັນທີ 21 ກັນຍາ 2022 ໃຫ້ຮູ້ວ່າ: ການຟື້ນໂຕທາງດ້ານເສດຖະກິດຂອງປະເທດ ສປປ ລາວ ຄາດວ່າຈະຊ້າກວ່າທີ່ໄດ້ຄາດຄະເນໄວ້ໃນເດືອນ ເມສາ 2022 ຍ້ອນການຂາດເຂີນຂອງການສະໜອງ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ເຊິ່ງໄດ້ເຮັດໃຫ້ເກີດຄວາມກົດດັນແກ່ເງິນເຟີ້ເພີ່ມຂຶ້ນ.
ບົດລາຍງານການຄາດຄະເນການພັດທະນາຂອງອາຊີ 2022 ສະບັບປັບປຸງ ໄດ້ປັບຫຼຸດອັດຕາການຄາດຄະເນການເຕີບໂຕໂດຍລວມ ຂອງຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2022 ລົງມາທີ່ 2,5% ຈາກການຄາດຄະເນໄວ້ກ່ອນໜ້ານີ້ທີ່ 3,4% ແລະ ປັບລົງມາທີ່ 3,5% ຈາກ 3,7% ສໍາລັບປີ 2023 ທຸລະກິດສ່ວນໃຫຍ່ ໄດ້ກັບຄືນສູ່ສະພາບການດຳເນີນງານເປັນປົກກະຕິໃນເຄິ່ງປີທຳອິດ ນັກທ່ອງທ່ຽວສາກົນໄດ້ເລີ່ມເຂົ້າມາເພີ່ມຂຶ້ນ ເຖິງແນວໃດກໍດີ ລາຄາທີ່ມີການຜັນແປ ໂດຍສະເພາະລາຄານໍ້າມັນ ໄດ້ເຮັດໃຫ້ຄ່າຄອງຊີບເພີ່ມສູງຂຶ້ນ ສົ່ງຜົນໃຫ້ການຊົມໃຊ້ພາຍໃນປະເທດຫຼຸດລົງ ການເພີ່ມຂຶ້ນກະທັນຫັນຂອງລາຄາປຸຍ ອາຫານສັດ ອາຫານ ແລະ ນໍ້າມັນເຊື້ອໄຟ ໄດ້ຂັດຂວາງກິດຈະກໍາທາງດ້ານກະສິກໍາ ແລະ ການຜະລິດ ເຊິ່ງທ່າອ່ຽງເຫຼົ່ານີ້ ເຮັດໃຫ້ເສດຖະກິດຟື້ນໂຕຊ້າລົງ.
ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ກ່າວວ່າ: “ລາຄາທີ່ສູງຂຶ້ນ ພວມຂົ່ມຂູ່ຕໍ່ຄວາມສະຫວັດດີພາບຂອງບັນດາຄົວເຮືອນໃນ ສປປ ລາວ ໂດຍສະເພາະ ຄອບຄົວທີ່ທຸກຍາກ ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການຂອງຄອບຄົວ” ບັນຫານີ້ ພວມສ້າງສິ່ງທ້າທາຍບໍ່ພຽງແຕ່ໃຫ້ປະຊາຊົນເທົ່ານັ້ນ ແຕ່ຍັງຕໍ່ກັບການເງິນຂອງພາກລັດອີກດ້ວຍ ການຄຸ້ມຄອງເສດຖະກິດມະຫາພາກໄດ້ດີ ໄປພ້ອມກັບການແຊກແຊງ ເພື່ອປົກປ້ອງກຳລັງຊື້ ແມ່ນຈຳເປັນເພື່ອຟື້ນຄວາມໝັ້ນໃຈຂອງຕະຫຼາດ.”
ອັດຕາເງິນເຟີ້ໃນເດືອນສິງຫາ ຂຶ້ນຢູ່ລະດັບສູງສຸດໃນຮອບ 22 ປີທີ່ 30,0% ເຊິ່ງອັດຕາເງິນເຟີ້ສະເລ່ຍແມ່ນ 15,5% ໃນ 8 ເດືອນທຳອິດຂອງປີ ລາຄານໍ້າມັນເຊື້ອໄຟທີ່ຖືກຄຸ້ມຄອງ ໄດ້ເພີ່ມຂຶ້ນ 13 ເທົ່າຈາກເດືອນມັງກອນຫາເດືອນກັນຍາ ເຊິ່ງເຮັດໃຫ້ລາຄານໍ້າມັນກາຊວນເພີ່ມຂຶ້ນ 90,3% ແລະ ລາຄານໍ້າມັນແອັດຊັງເພີ່ມຂຶ້ນ 62,3% ຄຽງຄູ່ກັນນັ້ນ ຄ່າເງິນກີບຫຼຸດລົງ 1/3 ເມື່ອທຽບກັບເງິນໂດລາສະຫະລັດ ແລະ ເງິນບາດໄທ ນັບແຕ່ເດືອນມັງກອນຫາເດືອນສິງຫາ ຄາດຄະເນວ່າ ອັັດຕາເງິນເຟີ້ແມ່ນໄດ້ຖືກປັບຂຶ້ນສູງຮອດ 17,0% ໃນປີ 2022 ເນື່ອງຈາກລາຄານ້ຳມັນທີ່ເພີ່ມຂຶ້ນສູງກວ່າທີ່ຄາດໄວ້ ແລະ ການອ່ອນຄ່າລົງຂອງເງິນກີບກ່ອນທີ່ຈະຖືກປັບມາທີ່ 4.5%.
ໃນຂະນະດຽວກັນ ໜີ້ສິນສາທາລະນະ ແລະ ຖືກຄ້ຳປະກັນໂດຍພາກລັດ ສ່ວນໃຫຍ່ແລ້ວແມ່ນສ່ວນທີ່ເປັນຂອງຕ່າງປະເທດ ໄດ້ຮັບລາຍງານຢູ່ທີ່ລະດັບ 88% ຂອງຈີດີພີ ໃນປີ 2021 ເພີ່ມຂຶ້ນຈາກ 72% ໃນປີ 2020 ເນື່ອງຈາກການກູ້ຢືມເງິນພາຍໃນປະເທດລະດົມໄດ້ເພີ່ມຂຶ້ນຈາກການອອກພັນທະບັດ ໃນຂະນະທີ່ຄ່າເງິນໂດລາສະຫະລັດເພີ່ມຂຶ້ນບົນຄວາມອ່ອນແອລົງຂອງສະກຸນເງິນທ້ອງຖິ່ນ ການຜ່ອນຜັນໜີ້ສິນຈາກບັນດາເຈົ້າໜີ້ຫຼາຍແຫ່ງ ສະສົມມູນຄ່າເຖິງ 984 ລ້ານໂດລາສະຫະລັດ ໃນໄລຍະ 2019-2021 ໄດ້ຊ່ວຍຫຼຸດຜ່ອນຄວາມກົດດັນໃນໄລຍະສັ້ນ ການປະສານງານຮ່ວມມືຕໍ່ຄວາມພະຍາຍາມເຫຼົ່ານີ້ ໃນບັນດາເຈົ້າໜີ້ທັງໝົດແມ່ນສໍາຄັນ ສໍາລັບການຫຼຸດຜ່ອນຄວາມສ່ຽງສູງຂອງຄວາມກົດດັນຕໍ່ບັນຫາດ້ານໜີ້ສິນຂອງປະເທດ.