ຮ່ວມດໍາເນີນກິດຈະການຄຸ້ມຄອງ ແລະ ບໍລິຫານຂີ້ເຫຍື້ອແບບທັນສະໄໝ ຢູ່ສະໜາມເມືອງຫຼວງນໍ້າທາ

    ພິທີລົງນາມສັນຍາການດໍາເນີນກິດຈະກໍາການຄຸ້ມຄອງ ແລະ ການຈັດການຂີ້ເຫຍື້ອແບບທັນສະໄໝຢູ່ສະໜາມເມືອງຫຼວງນໍ້າທາ ລະຫວ່າງອົງການພັດທະນາ ແລະ ບໍລິການຕົວເມືອງຫຼວງນໍ້າທາ ແລະ ບໍລິສັດ ວົງພານິດລາວ ຈັດຂຶ້​ນວັນທີ 16 ກັນຍາ 2022 ຢູ່ອົງການດັ່ງກ່າວ ໂດຍມີທ່ານ ຄຳມີ ວົງບົວລົມ ຮອງປະທານຜູ້ປະຈຳການ ອົງການພັດທະນາ ແລະ ບໍລິຫານຕົວເມືອງຫຼວງນໍ້າທາ ແລະ ທ່ານ ເຄວິນ ລາຊະຄໍາ ອໍານວຍການບໍລິສັດ ວົງພານິດລາວ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການແຂວງຫຼວງນໍ້າທາ ບັນດາພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

    ການຈັດການຂີ້ເຫຍື້ອຢູ່ສະໜາມເມືອງຫຼວງນໍ້າທາ ຈະເປັນການນໍາໃຊ້ການບໍລິຫານຈັດການແບບທັນສະໄໝ ດ້ວຍຮູບແບບຄັດແຍກ ແປຮູບຜະລິດຕະພັນ ປະດິດໃໝ່ ແລະ ສົ່ງອອກຈໍາໜ່າຍ ແນໃສ່ເພື່ອຫຼຸດ ຜ່ອນປະລິມານຂີ້ເຫຍື້ອພາຍໃນສະໜາມ ເພື່ອເຮັດໃຫ້ລະບົບການຈັດການໃຫ້ມີປະສິດທິຜົນ ທັນສະໄໝຫຼາຍຂຶ້ນ ແລະ ເປັນການຫຼຸດຜ່ອນມົນລະພິດໃຫ້ສິ່ງແວດລ້ອມຂອງແຂວງຫຼວງນໍ້າທາ.

(ສະບາໄພ)

error: Content is protected !!