ແຂວງສາລະວັນ ສືບຕໍ່ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາກ່ຽວກັບວຽກງານການສັກວັກຊີນ ເພື່ອແນໃສ່ບັນລຸໂຕເລກຄາດໝາຍການວັກຊີນປ້ອງກັນໂຄວິດ-19 ໂດຍຜ່ານໂທລະໂຄ່ງ LCD ລຳໂພງ ແລະ ສື່ຕ່າງໆ ຂະໜະທີ່ໂຕເລກເຂັມ 1 ຍັງຢູ່ 80%.

ທ່ານ ດຣ ດາວວົງ ສຸລິນທາ ຄະນະພະແນກສາທາລະນະສຸກແຂວງສາລະວັນ ໃຫ້ສຳພາດໃນໂອກາດສື່ມວນຊົນຈາກສູນກາງ ເຄື່ອນໄຫວເກັບກຳຂໍ້ມູນກ່ຽວກັບການນຳໃຊ້ໂທລະໂຄ່ງ LCD ລຳໂພງ ແລະ ວຽກງານສັກວັກຊີນປ້ອງກັນໂຄວິດ-19 ເຫັນໄດ້ວ່າ: ແຂວງພວກເຮົາໄດ້ເລີ່ມຈັດຕັ້ງປະຕິບັດການສັກວັກຊີນປ້ອງກັນໂຄວິດ-19 ນັບແຕ່ວັນທີ 9 ມີນາ 2021 ມາຮອດປະຈຸບັນເຫັນວ່າ ປະຊາຊົນເປົ້າໝາຍນັບແຕ່ອາຍຸ 6 ປີຂຶ້ນໄປ ໄດ້ເຂົ້າມາຮັບວັກຊີນຢ່າງຕໍ່ເນື່ອງ ໂດຍເລີ່ມຕົ້ນ ແມ່ນນຳໃຊ້ວັກຊີນ Sinopharm Sinovac Johnson&Johnson AstraZenica ແລະ Pfizer ເຊິ່ງໄດ້ເປີດຈຸດບໍລິການຢູ່ໂຮງໝໍແຂວງ ໂຮງໝໍເມືອງ ໂຮງໝໍນ້ອຍ ແລະ ເຄື່ອນທີ່ລົງໄປສັກແຕ່ລະບ້ານ ນອກນັ້ນຍັງໄດ້ເຄື່ອນໄຫວບໍລິການຕາມສະຖານ ທີ່ຊຸມຊົນ ເປັນຕົ້ນ ຕະຫຼາດ ບັນດາໂຮງຮຽນປະຖົມ ມັດທະຍົມ ແລະ ຈຸດຊຸມຊົນຕ່າງໆ ຫຼ້າສຸດນີ້ ແມ່ນໄດ້ບໍລິການກວດລ້າງສັກຕາມຫ້ອງການ ສຳນັກງານ ພະແນກການຕ່າງໆ ອ້ອມຂ້າງແຂວງ ແລະ ເມືອງ ໂດຍເລັ່ງໃສ່ສັກວັກຊີນ Pfizer ເປັນເຂັມກະຕຸ້ນ ເຮັດໃຫ້ອັດຕາການສັກວັກຊີນຂອງແຂວງສາລະວັນໃນທົ່ວແຂວງ ເຂັມ 1 ກວມເອົາ 80% ເຂັມ 2 ຍັງຢູ່ 66,6% ສຳລັບເຂັມກະຕຸ້ນທີ 1 ຍັງຢູ່ 26 % ແລະ ເຂັມກະຕຸ້ນ 2 ຍັງຢູ່ 4%.

ເພື່ອບັນລຸຕາມໂຕເລກຄາດໝາຍໃນການສັກວັກຊີນປ້ອງກັນໂຄວິດ-19 ທາງແຂວງຈະໄດ້ສືບຕໍ່ເອົາໃສ່ສືບຕໍ່ ປຸກລະດົົມ ເປົ້າໝາຍໃຫ້ໄດ້ສັກວັກຊີນ ເຂັມກະຕຸ້ນ ໂດຍສະເພາະກະຕຸ້ນເຂັມ 1 ແລະ ກະຕຸ້ນເຂັມ 2 ໃຫ້ໄດ້ຫຼາຍຂຶ້ນ ເອົາວັກຊີນກັນພະຍາດໂຄວິດ ລົງໄປບໍລິການ ພ້ອມກັບການ ປະຕິບັດກິດຈະກຳເຊື່ອມສານວຽກງານສັກຢາປົກກະຕິ ເຮັດການເດີນສຳຫຼວດບັດສັກຢາວັກຊີນໂຄວິດ ແຕ່ລະຫຼັງຄາເຮືອນ ໂດຍສະເພາະ ຜູ້ສູງອາຍຸ ຢູ່ໃນບ້ານ ລົງເຄື່ອນທີ່ບໍລິ ການຢູ່ຈຸດຊຸມຊົນ ຕະຫຼາດ ຫ້າງຮ້ານ ໂຮງຈັກ ໂຮງງານ ຫ້ອງການ ສຳນັກງານ ອົງການ ເພື່ອໃຫ້ເປົ້າໝາຍໄດ້ຮັບວັກຊີນເຂັມກະຕຸ້ນໃຫ້ຄົບ ສົມທັບກັບພາກສ່ວນສຶກສາ ເພື່ອສັກວັກຊີນໂຄວິດໃຫ້ນັກຮຽນ ຕາມໂຮງຮຽນປະຖົມ ມັດທະຍົມ.

ສຳລັບອຸປະກອນທີ່ປະກອບສ່ວນເຂົ້າໃນການໂຄສະນາແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການ ຢູນີເຊບ ມີ: ໂທລະໂຄ່ງ 10 ຊຸດ ແຈກຢາຍໃຫ້ 4 ເມືອງ : ຄົງເຊໂດນ ລະຄອນເພັງ ຕຸ້ມລານ ສະໝ້ວຍ ຕູ້ລຳໂພງ 10 ໜ່ວຍ ແຈກຢາຍໃຫ້ 7 ເມືອງ ແລະ ແອວຊີດີ 10 ຊຸດ ແຈກຢາຍໃຫ້ 8 ເມືອງໆ (ລະ 1 ຊຸດ ຢູ່ພະແນກ 2 ຊຸດ) ເຊິ່ງທາງແຂວງພວກເຮົາຕ້ອງຂໍຂອບໃຈຕໍ່ການຊ່ວຍເຫຼືອຈາກອົງການຢູນີເຊັບ ໂດຍຈະໄດ້ໃຫເກີດປະສິດທິຜົນສູງສຸດ ແລະ ຫວັງວ່າທາງອົງການຢູນີເຊັບຈະສືບຕໍ່ໃຫ້ການຊ່ວຍເຫຼືອອີກໃນຕໍ່ໜ້າ.

ການເຄື່ອນໄຫວເກັບກຳຂໍ້ມູນຂອງນັກຂ່າວ ມີຂຶ້ນໃນລະຫວ່າງວັນທີ 13 ກັນຍາ 2022 ນຳໂດຍ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຂອງອົງການຢູນີເຊບ.

ສຸລິໂຍ