ເຈົ້າໜ້າທີ່ ປກສ ຫຼວງພະບາງ ຢຶດຢາເສບຕິດໄດ້ຫຼາຍກວ່າ 2 ໂຕ່ນ

    ວັນທີ 18 ສິງຫາ 2022 ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຕົກລົງໃຫ້ກອງບັນຊາການ ປກສ ເມືອງນານ ຕັ້ງຈຸດກວດກາຕິດຕາມສະພາບຮອບດ້ານຂອງວຽກງານວິຊາສະເພາະຢູ່ສົ້ນຂົວຂ້າມແມ່ນ້ຳຂອງ ລະຫວ່າງບ້ານປາກຄອນ ເມືອງນານ ຫາບ້ານທ່າເດື່ອ ເມືອງໄຊຍະບູລີ ແລະ ຈຸດບ້ານປ່າໄຜ່ ເທສະບານເມືອງນານ ເວລາປະມານ 4 ໂມງເຊົ້າຂອງວັນທີ 19 ສິງຫາ 2022 ໄດ້ພົບເຫັນລົດບັນທຸກ 12 ລໍ້ ສີຂາວ ປ້າຍທະບຽນ ກຳແພງນະຄອນ ບຂ 8333 ຂັບຂີ່ມາຮອດຈຸດກວດກາ ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ໃຫ້ສັນຍານຢຸດລົດເພື່ອທຳການກວດກາ ຜ່ານການກວດກາ ໄດ້ພົບເຫັນຂອງກາງຢາເສບຕິດທັງໝົດ 67 ເປົາ ນ້ຳໜັກ 2.175 ກິໂລ ທີ່ຊຸກເຊື່ອງໄວ້ຢູ່ພື້ນລົດໃຫ່ຍ ໂດຍເອົາເຫຼັກເສດປົກປິດໄວ້ ໃນນັ້ນ ມີຢາໄອສ໌ ຈຳນວນ 8 ເປົາ ນໍ້າໜັກ 259 ກິໂລ ໂຄເຄນ 58 ເປົາ ນໍ້າໜັກ 1.807 ກິໂລ ເຮໂຣອິນ ຈຳນວນ 3 ເປົາ ມີ 280 ແທ່ງ ນ້ຳໜັກ 109 ກິໂລ ພ້ອມດ້ວຍເງິນກີບທະນາຄານ 4.700.000 ກີບ ເງິນບາດໄທ 50.000 ບາດ ເຈົ້າໜ້າທີ່ຈຶ່ງຢຶດທັງລົດ ແລະຂອງກາງ ພ້ອມທັງກັກຕົວຜູ້ຖືກຫາຈຳນວນ 2 ຄົນຊື່ ທ້າວ ບຸນສົງ ຄຳໄຊແກ້ວ ອາຍຸ 32 ປີ ອາຊີບ ຂັບລົດ ສັນຊາດ ລາວ ຊົນເຜົ່າລື້ ຢູ່ບ້ານ ນາງົວ ເມືອງ ເງິນ ແຂວງ ໄຊຍະບູລີ ແລະ ທ້າວ ລີປໍ ເລົ່າ ອາຍຸ 15 ປີ ອາຊີບ ກໍາມະກອນ ຊັນຊາດລາວ ຊົນເຜົ່າມົ້ງ ຢູ່ບ້ານ ຫ້ວຍລໍາແພນ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອນໍາເອົາພວກກ່ຽວມາສືບສວນ-ສອບສວນດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ພ້ອມນີ້ ເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີ.

error: Content is protected !!