ຜົນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນກັນຍາ

    ກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນກັນຍາ ໄດ້ຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍແຕ່ປີ 2023-2025 ຂອງລັດຖະບານຈໍານວນ 10 ສະບັບ. ໃນນັ້ນ ຮ່າງກົດໝາຍສ້າງໃໝ່ 3 ສະບັບ ແລະ ຮ່າງກົດໝາຍປັບປຸງ 7 ສະບັບ.

     ເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເປັນກົດໝາຍ ແນໃສ່ເພີ່ມທະວີເຄື່ອງມືໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການສືບຕໍ່ຄົ້ນຄວ້າກົດໝາຍໃໝ່ຈໍານວນໜຶ່ງທີ່ມີຄວາມຈໍາເປັນຮີບດ່ວນ ໄປຄຽງຄູ່ກັບການປະເມີນ ແລະ ປັບປຸງກົດໝາຍທີ່ປະກາດໃຊ້ແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ພ້ອມທັງເປັນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍໄລຍະປີ 2021-2025 ທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງ. ສະນັ້ນ ລັດຖະບານຈຶ່ງໄດ້ດໍາເນີນກອງປະຊຸມສະໄໝວິສາມັນຢູ່ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 6-7 ກັນຍາ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື ປະກອບຄໍາຄິດຄໍາເຫັນ ພິຈາລະນາແຜນການສ້າງ ແລະ ປັບປຸງກົດໝາຍໄລຍະປີ 2023-2025 ຮ່າງກົດໝາຍໃໝ່ ແລະ ຮ່າງກົດໝາຍສະບັບປັບປຸງຈໍານວນໜຶ່ງ ດັ່ງນີ້:

    1. ກອງປະຊຸມໄດ້ເຫັນດີຮັບຮອງທາງດ້ານຫຼັກການ ເອົາແຜນການສ້າງ ແລະ ປັບປຸງກົດໝາຍແຕ່ປີ 2023-2025 ຂອງລັດຖະບານ. ກອງປະຊຸມ ໄດ້ມອບໃຫ້ກະຊວງຍຸຕິທຳເປັນເຈົ້າການສົມທົບກັບກະຊວງກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງໃຫ້ສຳເລັດສົມບູນ ໂດຍຈັດລຽງບຸລິມະສິດຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອນຳສະເໜີສະພາແຫ່ງຊາດພິຈາລະນາຮັບຮອງໃຫ້ທັນເວລາ.

    2. ກອງປະຊຸມ ໄດ້ພິຈາລະນາຮ່າງກົດໝາຍຈໍານວນ 10 ສະບັບ ຄື:

    1). ຮ່າງກົດໝາຍ ວ່າດ້ວຍການທາງນໍ້າ (ສ້າງໃໝ່).

    2). ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ (ສ້າງໃໝ່)

    3)..ຮ່າງກົດໝາຍ ວ່າດ້ວຍພິພິທະພັນ (ສ້າງໃໝ່).

    4). ຮ່າງກົດໝາຍ ວ່າດ້ວຍທະນາຍຄວາມ (ປັບປຸງ).

    5). ຮ່າງກົດໝາຍ ວ່າດ້ວຍທະບຽນສານ (ປັບປຸງ).

    6). ຮ່າງກົດໝາຍ ວ່າດ້ວຍວິສາຫະກິດ (ປັບປຸງ).

    7). ຮ່າງກົດໝາຍ ວ່າດ້ວຍອົງການໄອຍະການທະຫານ (ປັບປຸງ).

   8). ຮ່າງກົດໝາຍ ວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ປັບປຸງ).

    9). ຮ່າງກົດໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ (ປັບປຸງ).

    10). ຮ່າງກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ປັບປຸງ).

    ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ ໂດຍມີການປະສານສົມທົບກັບກະຊວງຍຸຕິທໍາ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆເລິກເຊິ່ງ ຄົບຖ້ວນ ຊັດເຈນ ຈະແຈ້ງ ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍສະເພາະ ຮ່າງກົດໝາຍທີ່ສ້າງໃໝ່ ຕ້ອງເອົາໃຈໃສ່ປັບປຸງຊື່ຂອງກົດໝາຍ ຄໍາສັບ ສໍານວນຕ່າງໆ ທີ່ໄດ້ກຳນົດໄວ້ໃນບາງໝວດ ບາງມາດຕາ ໃຫ້ຖືກຕ້ອງຕາມຫຼັກພາສາລາວ ເພື່ອເຂົ້າໃຈງ່າຍ ກ່ອນຈະນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

    ການນໍາເອົາຮ່າງກົດໝາຍ ມາພິຈາລະນາໃນກອງປະຊຸມວິສາມັນຂອງລັດຖະບານຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງການເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ຂອງລັດຖະບານ ແນໃສ່ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.

    ໃນຕອນທ້າຍຂອງກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ສືບຕໍ່ປະຕິບັດຕາມແຜນວຽກຈຸດສຸມຂອງລັດຖະບານ ທີ່ໄດ້ກຳນົດໃນມະຕິກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາທີ່ຜ່ານມາ. ໃນໂອກາດນີ້ ລັດຖະບານຮຽກຮ້ອງໃຫ້ພະນັກງານ ສະມາຊິກພັກ ລັດຖະກອນ ທະຫານ ຕໍາຫຼວດ ນັກຮຽນ ນັກສຶກສາ ກໍາມະກອນ ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ຊັ້ນຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງນໍ້າໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງຄະນະຍາດແຫ່ງຊາດ  ຕັ້ງໜ້າປະຕິບັດໜ້າທີ່ປົກປັກຮັກສາ   ແລະ  ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກເຮົາ.

# ຂ່າວ: ກົມປະຊາສພຳພັນ, ຫສນຍ

error: Content is protected !!