ສືບຕໍ່ລົງກວດປະລິມານສານພິດຕົກຄ້າງ ຢູ່ພືດຜັກຕະຫຼາດບຶງທາດຫຼວງ

    ສູນປ້ອງກັນພືດ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊເສດຖາ ໄດ້ຈັດຂະບວນເປີດກວດສອບວິໄຈປະລິມານສານພິດຕົກຄ້າງຈາກຢາປາບສັດຕູພືດໃນພືດຜັກ ແລະ ໝາກໄມ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກໃນນະຄອນຫຼວງວຽງຈັນຂຶ້ນວັນທີ 7 ກັນຍາ 2022 ທີ່ຕະຫຼາດສົດບຶງທາດຫຼວງຂາຍຍົກ-ຂາຍຍ່ອຍ ເມືອງໄຊເສດຖາ ມີທ່ານ ໜຽວຄຳ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ທ່ານ ສຸກສະລັດ ດວງດາລາ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊເສດຖາ ທ່ານ ນາງ ຂັນທອງ ພັນທະນີວົງ ຜູ້ບໍລິຫານຕະຫຼາດບຶງທາດຫຼວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການລົງກວດຫາສານເຄມີຕົກຄ້າງຄັ້ງນີ້ ວິຊາການໄດ້ນໍາເອົາພືດຜັກ ແລະ ໝາກໄມ້ຕ່າງໆທີ່ຊາວຄ້າຂາຍມາວາງຂາຍຢູ່ໃນຕະຫຼາດບຶງທາດຫຼວງມາກວດວິໄຈຕາມເຕັກນິກວິຊາການ ແລະ ຜ່ານການວິໄຈພືດຜັກ ແລະ ໝາກໄມ້ພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ເຫັນວ່າມີປະລິມານສານຕົກຄ້າງໜ້ອຍກວ່າມາດຕະຖານກຳນົດ ດັ່ງນັ້ນ ຜູ້ບໍລິໂພກຈົ່ງມີຄວາມເຊື່ອໝັ້ນຕໍ່ສິນຄ້າທີ່ຊາວຄ້າຂາຍມາວາງຂາຍຢູ່ຕະຫຼາດບຶງທາດຫຼາດ ເຊິ່ງການເປີດຂະວນການຄັ້ງນີ້ ທາງຄະນະໄດ້ກຳນົດເອົາ 5 ຕະຫຼາດໃຫຍ່ຢູ່ 3 ເມືອງຄື: ຕະຫຼາດລາວເມືອງໄຊທານີ ຕະຫຼາດອົດຊີ ເມືອງສີໂຄດຕະບອງ ຕະຫຼາດກະສິກຳອິນຊີໄອເຕັກ ຕະຫຼາດບຶງທາດຫຼວງ ແລະ ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ປັດຈຸບັນ ໄດ້ລົງກວດວິໄຈສຳເລັດແລ້ວ 4 ຕະຫຼາດ ຍັງເຫຼືອແຕ່ຕະຫຼາດໂນນຄໍ້ ພາຍຫຼັງສຳເລັດຂະບວນການນີ້ແລ້ວ ທາງຄະນະຈະສືບຕໍ່ໂຄງການດັ່ງກ່າວລົງທຸກຕະຫຼາຍພາຍໃນ 9 ຕົວເມືອງນະຄອນຫຼວງວຽງຈັນ ທັງນີ້ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ແລະ ກິດຈະກຳດັ່ງກ່າວ ເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!