ການນຳກະຊວງ ຖວທ ເຂົ້າຮ່ວມກອງປະຊຸມສາກົນແບບທາງໄກ

    ຄະນະນຳກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນຳໂດຍທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ການປົກປັກຮັກສາຊັບສິນທາງວັດທະນະທໍາ ການປ້ອງກັນການລັກລອບຄ້າຂາຍຊັບສິນທາງວັດທະນະທໍາແບບຜິດກົດໝາຍໃນອາຊຽນ ໃນວັນທີ 7 ກັນຍາ 2022 ທີ່ຣາຊາອະນາຈັກກຳປູເຈຍ ໃນຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານນາງ ເຜີ້ງ ສັກໂກນາ ລັດຖະມົນຕີກະຊວງວັດທະນະທຳ ແລະ ສິລະປະກຳ ແຫ່ງລາຊາອະນາຈັກກຳປູເຈຍ ພ້ອມດ້ວຍບັນດາລັດຖະມົນຕີວັດທະນະທຳອາຊຽນ ເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ວັນສີ ກົວມົວ ໄດ້ມີຄຳເຫັນຕໍ່ກອງປະຊຸມບາງຕອນວ່າ: ປັດຈຸບັນ ການປ້ອງກັນການລັກລອບຄ້າຂາຍຊັບສິນທາງວັດທະນະທໍາ ແມ່ນສິ່ງທ້າທາຍໜຶ່ງໃນຂົງເຂດການຮ່ວມມືວັດທະນະທຳ ແລະ ສິລະປະອາຊຽນ ໃນອາຊຽນ ແລະ ໃນໂລກ ສຳລັບ ສປປ ລາວ ໄດ້ມີຫຼາຍກໍລະນີກ່ຽວກັບການລັກລອບພະພຸດທະຮູບ ຢູ່ຕາມວັດວາອາຮາມ ແລະ ສະຖານບູຮານ ທີ່ຖືກລັກໂດຍກຸ່ມຄົນບໍ່ດີຈຳນວນໜຶ່ງ ຍິ່ງໄປກວ່ານັ້ນ ຊັບສິນທາງວັດທະນະທໍາທີ່ຖືກລັກລອບໄປ ໄດ້ຖືກນໍາໄປໂຄສະນາ ແລະ ປະມູນລາຄາຂາຍຜ່ານຊ່ອງທາງອອນລາຍ ເຊັ່ນ: ເຟສບຸກ ຕິກຕອກ ຢູທູບ ແລະ ຮູບແບບອອນລາຍອື່ນໆ ເຮັດໃຫ້ຫຍຸ້ງຍາກຕໍ່ການສືບຫາບຸກຄົນເຫຼົ່ານັ້ນ ບາງກໍລະນີ ວັດຖຸທີ່ເຈົ້າໜ້າທີ່ຈັບ ແລະ ຢຶດມາໄດ້ຈໍານວນໜຶ່ງແມ່ນບໍ່ມີເອກະສານສະແດງເຖິງຜູ້ເປັນເຈົ້າຂອງກໍາມະສິດ ເຊິ່ງເປັນບັນຫາໃນການປະກອບສໍານວນ ເອກະສານທະບຽນບັນຊີວັດຖຸທີ່ໄດ້ຮັບການຢັ້ງຢືນຢ່າງຖືກຕ້ອງໃນທາງກົດໝາຍ ສົ່ງໃຫ້ທາງຕໍາຫຼວດພາຍໃນ ແລະ ຕໍາຫຼວດສາກົນ ເພື່ອເປັນຫຼັກຖານໃນການນໍາສືບຫາ ແລະ ແຈ້ງຄືນຫາເຈົ້າຂອງກໍາມະສິດໃນເວລາທີ່ພົບເຫັນ ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານລາວໄດ້ປະກາດຫຼາຍນິຕິກຳ ເພື່ອສົ່ງເສີມການປ້ອງກັນ ແລະ ປົກປັກຮັກສາການລັກລອບຄ້າຂາຍຊັບສິນ ມໍລະດົກທາງວັດທະນະທຳ ໃນຂອບເຂດທົ່ວປະເທດ.

    ສຳລັບທິດທາງໃນຕໍ່ໜ້າ ສປປ ລາວ ຈະສືບຕໍ່ຄວາມຮັບຜິດຊອບ ຖ່າຍທອດມໍລະດົກວັດທະນະທໍາອັນລໍ້າຄ່າ ສູ່ອານຸຊົນຮຸ່ນຕໍ່ໆໄປ ເພື່ອອະນຸຮັກ ສົ່ງເສີມ ແລະ ປົກປັກຮັກສາຊັບສົມບັດທາງວັດທະນະທຳໃຫ້ຍືນຍົງຄົງໄວ້ໃນພາກພື້ນ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງກິດຊິດຕິດແທດກັບບັນດາຄູ່ຮ່ວມພາຍນອກ ແລະ ອໍານາດການປົກຄອງທ້ອງຖິ່ນ ເພື່ອສຶກສາແຫຼ່ງມໍລະດົກ ແລະ ວັດຖຸບູຮານ ເພຶ່ອຂຶ້ນທະບຽນ ແລະ ບັນທຶກເຂົ້າໃນບັນຊີໃຫ້ຄົບຖ້ວນ ແລະ ຖືກຕ້ອງໃນທາງກົດໝາຍ ສ້າງ ແລະ ປັບປຸງຖານຂໍ້ມູນ ເພື່ອສາມາດຮັບປະກັນໄດ້ວ່າສໍານວນເອກະສານຄົບຖ້ວນ ແລະ ວ່ອງໄວທັນເວລາ ໃນການສືບຖາມຕໍ່ການສະກັດກັ້ນການລັກລອບຄ້າຂາຍຊັບສິນທາງວັດທະນະທໍາແບບຜິດກົດໝາຍ.

# ຂ່າວ – ພາບ : ບຸນມີ

error: Content is protected !!