ກາແດງແຫ່ງຊາດລາວ ຈະໃຊ້ເງິນ 3 ຕື້ກີບ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

    ອົງການກາແດງແຫ່ງຊາດລາວ ຈະນໍາໃຊ້ເງິນຈໍານວນ 3 ຕື້ກວ່າກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທືນຕອບໂຕ້ໄພພິບັດສຸກເສີນ ຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ປະຈໍາເຊີແນວ ປະເທດສະວິດ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນໃນ 3 ແຂວງທີ່ໄດ້ຮັບຜົນກະທົບໜັກກວ່າໜູ່ຈາກພະຍຸມູຫຼານພັດເຂົ້າລາວເມື່ອເດືອນສິງຫາ 2022 ຜ່ານມາ ຄື: ແຂວງໄຊຍະບູລີ ສາລະວັນ ແລະ ແຂວງຈໍາປາສັກ ມີປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 3.000 ຄອບຄົວ.

    ທ່ານ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດຕໍ່ສື່ວັນທີ 7 ກັນຍາ 2022 ທີ່ອົງການດັ່ງກ່າວ ວ່າ : ອົງການກາແດງແຫ່ງຊາດລາວ ຈະນໍາໃຊ້ເງິນຈໍານວນ 197.135 ຝຮັງ ປະມານ 3 ຕື້ກວ່າກີບ ເຂົ້າໃນກິດຈະກໍາຫຼັກຄື: ລົງກວດກາຂໍ້ມູນຄວາມເສຍຫາຍຈາກອຸທົກກະໄພໃນ 3 ແຂວງ ໃຫ້ຖືກຕ້ອງຕາມຕົວຈິງ ຄອບຄົວໃດໄດ້ຮັບຜົນກະທົບຫຼາຍ ແລະ ທຸກຍາກຂາດເຂີນ ແລະ ຈໍາເປັນຈະໄດ້ຮັບການຊ່ວຍເຫຼືອ ນອກນີ້ ຍັງຈະໄດ້ປະມູນຈັດຫາຈັດຊື້ເຄື່ອງອຸປະກອນຕ່າງໆທີ່ຈະໄປຊ່ວຍ ເຫຼືອບັນເທົາທຸກ ເປັນຕົ້ນ ເຂົ້າສານ ອາຫານແຫ້ງ ຢາປິ່ນປົວພະຍາດ  ແລະ ສິ່ງຂອງຈໍາເປັນຕ່າງໆ ຊ່ວຍເຝິກອົບຮົມໃຫ້ພະນັກງານອາສາສະໝັກຊາວໜຸ່ມຈໍານວນໜື່ງເພື່ອຊ່ວຍລົງໂຄສະນາກ່ຽວກັບການປ້ອງກັນພະຍາດຫຼັງນໍ້າຖ້ວມ ແລະ ວຽກໃຫ້ຄໍາປືກສາດ້ານຈິດຕະແພດ ຫຼື ຈິດຕະສັງຄົມ ຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດນໍ້າຖ້ວມໃນຄັ້ງນີ້.

    ທ່ານ ດຣ ພູທອນ ເມືອງປາກ ໃຫ້ຮູ້ຕື່ມວ່າ : ປັດຈຸບັນນີ້ ອົງການກາແດງແຫ່ງຊາດລາວ ພວມຂື້ນແຜນຂໍງົບປະມານອີກຈໍານວນ 7 ຕື້ກີບ ຈາກກອງທືນຕອບໂຕ້ໄພພິບັດສຸກເສີນຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈໍາເຊີແນວ ປະເທດສະວິດ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນໃນ 3 ແຂວງ ຄື: ແຂວງອຸດົມໄຊ ຜົ້ງສາລີ ແລະ ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບຈາກພະຍຸມາອອນພັດເຂົ້າລາວໃນທ້າຍເດືອນສິງຫາ 2022 ຜ່ານມາ.

# ຂ່າວ – ພາບ : ບຸນມີ

error: Content is protected !!