ຊະນະຄາມ ເຜີຍແຜ່ຜົນສໍາເລັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 7 ສະໄໝທີ 6

    ເມືອງຊະນະຄາມ ແຂວງວຽງຈັນ ໄດ້ໄຂກອງປະຊຸມເຜີຍແຜ່ຜົນສຳເລັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 7 ສະໄໝທີ 6 ແລະ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9 ກັນຍາ 2002-9 ກັນຍາ 2022) ວັນທີ 7 ກັນຍາ 2022 ທີ່ສະໂມສອນເມືອງດັ່ງກ່າວ ເປັນປະທານຂອງທ່ານ ສະໝານ ວິເສດຍະພົງສ໌ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ ມີຄະນະປະຈໍາພັກເມືອງ ກຳມະການພັກເມືອງ ຫົວໜ້າຫ້ອງການ ນັກຮົບອາວຸໂສ ພະນັກງານຫຼັກແຫຼ່ງ ລັດວິສະຫະກິດ ເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການໂຄສະນາປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໂດຍສະເພາະ ການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະແບບໃໝ່ ຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ພາຍໃຕ້ການນໍາພາອັນປີຊາສາມາດຂອງພັກ ທີ່ຍືດເຍື້ອ-ຍາວນານ ລະອິດ-ລະອ້ຽວ ເສຍສະຫຼະເລືອດເນື້ອ ແລະ ຊີວິດອັນອົງອາດກ້າຫານ ຈົນໄດ້ຮັບໄຊຊະນະ ແລະ ໄດ້ມາເຊິ່ງຄວາມເປັນເອກະລາດແຫ່ງຊາດລາວ ຄວາມຢູ່ດີ-ກິນດີຂອງພວກເຮົາໃນທຸກມື້ນີ້ ໂດຍມັນແມ່ນຜົນງານປະກອບສ່ວນອັນສໍາຄັນ ແລະ ໃຫຍ່ຫຼວງທາງດ້ານປະຫວັດສາດຂອງຖັນແຖວນັກຮົບເກົ່າ ທີ່ພວກເຮົາບັນດາລູກຫຼານຊາວລາວທົ່ວປວງຊົນຄວນຈາລຶກ ແລະ ຮູ້ບຸນຄຸນ ຄືດັ່ງຄໍາເວົ້້າທີ່ວ່າ: ” ມີພວກເພິ່ນໃນມື້ນັ້ນ -ຈຶ່ງມີພວກເຮົາໃນວັນນີ້ ” ໃນກອງປະຊຸມທີ່ມີຄວາມສໍາຄັນໃນຄັ້ງນີ້ ຍັງໄດ້ຮັບຟັງການເຜີຍແຜ່ຜົນສຳເລັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 7 ສະໄໝທີ 6 ໃນໄລຍະຜ່ານມາ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຮັບຟັງການນໍາພາເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄົບຄະນະສູນກາງພັກ ຄັ້ງທີ 4 ສະໄໝທີ 11 ຮັບຮອງໂດຍພື້ນຖານຮ່າງບົດສະຫຼຸບວຽກງານວາລະແຫ່ງຊາດ ແລະ ແຜນ 6 ເດືອນທ້າຍປີຂອງການຕີຖອຍປາກົດການຫຍໍ້ທໍ້ຢູ່ແຂວງວຽງຈັນ ໄດ້ຮັບຮອງໂດຍພື້ນຖານ ຕໍ່ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022 ຮັບຟັງການສະຫຼຸບວຽກງານການຈັດຕັ້ງປະຕິບັດ ສະເຫຼີມ-ສະຫຼອງ ປີສາມັກຄີມິດຕະພາບລາວ- ຫວຽດນາມ ແລະ ການກະກຽມສະເຫຼີມ-ສະຫຼອງວັນສ້າງຕັ້ງແຂວງວຽງຈັນຄົບຮອບ 41 ປີ

    ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດເຫັນ ຕີລາຄາການກໍານົດມາດຕະການແກ້ໄຂວຽກງານໃນແຕ່ຂະແໜງການຢູ່ບັນດາເມືອງດ້ວຍຄວາມຮັບຜິດຊອບສູງ.

    ໃນຕອນທ້າຍຂອງຂອງກອງປະຊຸມ ທ່ານເຈົ້າເມືອງ ຍັງໄດ້ຮຽກຮ້ອງມາຍັງບັນດາຄະນະພັກ ຫ້ອງການ ພະນັກງານຫຼັກແຫຼ່ງ ແລະ ສະມາຊິກສະຫະພັນນັກຮົບເກົ່າແຫ່ງຊາດປະຈໍາເມືອງຊະນະຄາມ ຈົ່ງນໍາເອົາເນື້ອໃນ-ຈິດໃຈມູນເຊື້ອຮັກຊາດ ມູນເຊື້ອຕໍ່ສູ້ພິລະອາດຫານຂອງນັກຮົບປະຕິວັດ ລາວອິດສະຫຼະຂອງພວກເຮົາ ແລະ ມະຕິຂອງກອງປະຊຸມຄົບຄະນະບໍລິຫານງານຂອງພັກແຕ່ລະຂັ້ນ ນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

# ຂ່າວ – ພາບ : ນັກຂ່າວ ເມືອງຊະນະຄາມ

error: Content is protected !!