ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ

    ວັນທີ 7 ກັນຍາ 2022 ທ່ານ ປອ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ.

    ພາຍຫຼັງໄດ້ຮັບຟັງການລາຍງານສະພາບລວມຂອງແຂວງ ໃນການປະຕິບັດວຽກງານ 6 ເດືອນຕົ້ນປີ 2022 ຈາກທ່ານ ຄຳພັນ ທິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນແລ້ວ ທ່ານ ປອ ຄຳພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກ ຄະນະນຳແຂວງ ທີ່ໄດ້ມີຜົນສຳເລັດໃນການນຳພາຫຼາຍດ້ານ ພ້ອມທັງມີຄຳເຫັນໂອ້ລົມຕໍ່ຄະນະພັກ ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ເປັນຕົ້ນ ການແກ້ໄຂບັນຫາເສດຖະກິດ-ການເງິນ ການແກ້ໄຂບັນຫາຢາເສບຕິດ ແມ່ນໃຫ້ຖືເປັນໜ້າທີ່ອັນຮີບດ່ວນ ຕິດພັນກັບການສ້າງຄວາມປອດໃສ ຄວາມເຂັ້ມແຂງຢູ່ພາຍໃນ ສຳລັບວຽກງານຕິດຕາມ ກວດກາ ຕ້ອງເລັ່ງທວງຄຸນນະພາບຂອງການປະຕິບັດໜ້າທີ່ຂອງຜູ້ເຮັດວຽກງານກວດກາໃຫ້ຕິດພັນກັບເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ແລະ ເນື້ອໃນຈິດໃຈຄຳສັ່ງແນະນຳເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກ ການເຄື່ອນໄຫວຕິດຕາມ ກວດກາ ຕ້ອງກາຍເປັນມາດຕະການທີ່ສຳຄັນທີ່ສຸດ ເພື່ອຮັບປະກັນໃນການຮັກສາບົດບາດ ແລະ ສ້າງລະບົບການເມືອງໃຫ້ເຂັ້ມແຂງ ມີບົດບາດໂດຍກົງໃນການຕີຖອຍປາກົດການຫຍໍ້ທໍ້ ໂດຍສະເພາະ ປາກົດການສໍ້ລາດບັງຫຼວງ ການສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ຫຼື ລວມໝູ່ ຖືສຳຄັນໃນການປັບປຸງກົນໄກປະສານງານຕາມຂັ້ນຄຸ້ມຄອງ ໂດຍການນຳພາ-ຊີ້ນໍາ ຈາກຄະນະພັກຂັ້ນເທິງ ໃນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກແຂວງ ແມ່ນໃຫ້ເອົາໃຈໃສ່ໃຫ້ປະເມີນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ວາງວິໄສທັດໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ແທດກັບຕົວຈິງ ໂດຍຕິດພັນກັບການປັບປຸງການເຄື່ອນໄຫວວຽກງານກວດກາໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ໃຫ້ປາກົດຜົນເປັນຈິງ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!