ສອງນະຄອນ ແລກປ່ຽນບັນດາໂຄງການທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ

    ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ນໍາໂດຍສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມພັນລະຍາ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິງ ສສ ຫວຽດນາມ ລະຫວ່າງວັນທີ 27 ສິງຫາ ຫາວັນທີ 1 ກັນຍານີ້ ວັນທີ 30 ສິງຫາ 2022 ຄະນະໄດ້ເຂົ້າຢ້ຽມພົບປະກັບສະຫາຍ ຟານ ວັນມາຍ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິງ ພ້ອມຄະນະ. 

    ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືທີ່ມີຜົນສຳເລັດໃນໄລຍະຜ່ານມາ ລະຫວ່າງສອງນະຄອນ ພ້ອມນີ້ ຍັງໄດ້ລາຍງານໃຫ້ກັນ ແລະ ກັນຊາບ ບັນດາກິດຈະກໍາສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມປີ 2022 ທີ່ຈັດຂຶ້ນຢູ່ສອງນະຄອນ ເຊິ່ງບັນດາກິດຈະກໍາ ລ້ວນແລ້ວແຕ່ສະແດງໃຫ້ເຫັນຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືສອງນະຄອນທີ່ມີມາແຕ່ຍາວນານຈົນຮອດປັດຈຸບັນ ພ້ອມນີ້ ສອງຝ່າຍຍັງໄດ້ແລກປ່ຽນບົດຮຽນບາງຂົງເຂດວຽກງານທີ່ຈະຮ່ວມມືກັນໃນຕໍ່ໜ້າ ເປັນຕົ້ນ ການສົ່ງເສີມການລົງທຶນສ້າງສູນການຄ້າຢູ່ສອງນະຄອນ ການສ້າງສູນສັງຄົມສົງເຄາະນະຄອນຫຼວງວຽງຈັນ ການບໍລິການປະຕູດຽວເພື່ອຈັດເກັບລາຍຮັບໃຫ້ມີປະສິດທິຜົນ ແລະ ອື່ນໆ ເຊິ່ງຝ່າຍນະຄອນໂຮ່ຈີມິງ ຍິນດີໃຫ້ການຊຸກຍູ້ຊ່ວຍເຫຼືອບັນດາໂຄງການທີ່ນະຄອນຫຼວງວຽງຈັນສະເໜີມານັ້ນ ເຊິ່ງທຸກໂຄງການຈະໄດ້ມອບໃຫ້ຂະແໜງການ ແລະ ວິຊາການທີ່ກ່ຽວຂ້ອງຂອງຝ່າຍນະຄອນໂຮ່ຈີມິງ ສົມທົບກັບນະຄອນຫຼວງວຽງຈັນ ສຶກສາຂໍ້ມູນ ແລະ ເກັບກຳໜ້າວຽກທີ່ຈະເຮັດຕົວຈິງລະອຽດຕື່ມອີກ ເພື່ອກ້າວໄປເຖິງການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ສ່ວນບັນຫາລວມ ແມ່ນມອບໃຫ້ພະແນກການຕ່າງປະເທດຂອງສອງນະຄອນທີ່ຈະໄດ້ເປັນຜູ້ປະສານງານກັນ. 

    ໃນໂອກາດການພົບປະຄັ້ງນີ້ ສອງຝ່າຍຍັງໄດ້ຢືນຢັນຈະສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງນະຄອນແຮກສ່ຽວໃຫ້ນັບມື້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະ ພ້ອມກັນຊຸກຍູ້ສົ່ງເສີມດ້ານການລົງທຶນ ການຄ້າ ການບໍລິການ ແລະ ອື່ນໆ ເພື່ອພ້ອມກັນພັດທະນານະຄອນໃຫ້ຈະເລີນຮຸ່ງເຮືອງສີວິໄລເປັນກ້າວໆ.

error: Content is protected !!