ສປປ ລາວ ເປັນເຈົ້າພາບຈັດແຂ່ງຂັນກີລາປິ່ງປ່ອງ ຊີງແຊັມເຍົາວະຊົນອາຊີ ຄັ້ງທີ 26

    ການແຂ່ງຂັນກີລາປິ່ງປ່ອງ ຊີງແຊັມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ ຈະເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 1 ກັນຍາ 2022 ໂດຍມີນັກກີລາຈາກ 17 ປະເທດ ແລະ ເຂດແຄວ້ນ 160 ກວ່າຄົນເຂົ້າຮ່ວມຊີງໄຊ ໃນ 11 ລາຍການ ຂະນະທີ່ ສປປ ລາວ ເຈົ້າພາບ ສົ່ງນັກກີລາເຂົ້າຮ່ວມ ຈຳນວນ 16 ຄົນ ໃນ 10 ຈາກ 11 ລາຍການ ທີ່ບັນຈຸແຂ່ງຂັນ. 

    ການແຂ່ງຂັນກີລາປິ່ງປ່ອງຄັ້ງນີ້ ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ເຊິ່ງເປັນຄັ້ງປະຫວັດສາດ ຈະຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ ມີການຊີງໄຊທັງໝົດ 11 ລາຍການ ຄື: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ 4 ລາຍການ ປະເພດດ່ຽວຍິງ-ຊາຍ ທີມຍິງ-ຊາຍ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ ມີ 7 ລາຍການ ປະເພດດ່ຽວຍິງ-ຊາຍ ຄູ່ຍິງ-ຊາຍ ຄູ່ປະສົມ ແລະ ທີມຍິງ-ຊາຍ ໃນນີ້ ສຳລັບນັກກີລາ 17 ປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມຄັ້ງນີ້ ປະກອບມີ: ບາເຣນ ບັງກລາເທດ ສປ ຈີນ ໄຕ້ຫວັນ ຮົງກົງ ອີຣານ ອິນເດຍ ຍີ່ປຸ່ນ ກາຊັກສະຖານ ມາເລເຊຍ ເນປານ ກາຕາ ສ ເກົາຫຼີ ສິງກະໂປ ໄທ ອຸສະເບກິດສະຖານ ແລະ ສປປ ລາວ ເຈົ້າພາບ. 

    ສະເພາະນັກກີລາລາວເຮົາ ໄດ້ບູລິມະສິດພິເສດໃນນາມເຈົ້າພາບ ສາມາດສົ່ງນັກກີລາເຂົ້າຮ່ວມແຂ່ງຂັນທັງໝົດ 16 ຄົນ ໂດຍລົງແຂ່ງຂັນ 10 ຈາກ 11 ລາຍການທີ່ບັນຈຸແຂ່ງຂັນ ເນື່ອງຈາກຂາດນັກກີລາຢູ່ 1 ລາຍການ ຄື: ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 19 ປີ ຢ່າງໃດກໍຕາມ ການແຂ່ງຂັນຄັ້ງນີ້ ນອກຈາກນັກກີລາຈຳນວນ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນທີ່ເຂົ້າຮ່ວມ ກໍຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ 100 ກວ່າຄົນ ຈາກຫຼາຍປະເທດ. 

    ລາຍການດັ່ງກ່າວ ສຳລັບນັກກີລາທີ່ໄດ້ແຊັມ ແລະ ຮອງແຊັມ ປະເພດດ່ຽວຍິງ-ຊາຍ 15 ປີ ແລະ 19 ປີ ລວມທັງແຊັມປະເພດທີມຍິງ ທີມຊາຍ 15 ປີ  ແລະ  19 ປີ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊັມໂລກ (World Youth 2022) ສະນັ້ນ ຂໍເຊີນຊວນບັນດາທ່ານພໍ່ແມ່ປະຊາຊົນຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ແຂກຕ່າງດ້າວທ້າວຕ່າງແດນ ມາຮ່ວມຊົມ-ຮ່ວມເຊຍ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້ປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ. 

    ເປັນກຽດເຂົ້າຮ່ວມໃນພິທີເປີດການແຂ່ງຂັນ ມີທ່ານ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ທ່ານນາງ ມະນີວັນ ເຢຍປາວເຮີ ຮອງປະທານກໍາມາທິການວັດທະນນະທໍາ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍບັນດາຄະນະສະຫະພັນປິ່ງປ່ອງອາຊີ ຄະນະນໍາ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

error: Content is protected !!