ຫຼວງພະບາງ ຊີ້ແຈງກໍລະນີບໍ່ມີການຊີງຊະນະເລີດຊ່ວງເຮືອປະຈໍາປີ ຍ້ອນ 3 ສາເຫດຫຼັກ

    ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ຊີ້ແຈງໃນວັນທີ 31 ສິງຫາ 2022 ກ່ຽວກັບກໍລະນີບັນຫາຫາງສຽງສັງຄົມ ຕໍ່ການຊ່ວງເຮືອປະຈຳປີ ພສ 2565 ໂອກາດບຸນຫໍ່ເຂົ້າປະດັບດີນ ຊ່ວງເຮືອເດືອນ 9 ທີ່ບໍ່ມີການແຂ່ງຂັນໃນຮອບຊີງຊະນະເລີດ ເຊິ່ງເປັນການພົບກັນລະຫວ່າງເຮືອຊ່ວງຂອງນະຄອນຫຼວງວຽງຈັນ (ບໍລິສັດ ແສງເພັດເກັບກູ້ລະເບີດ) ກັບເຮືອຊ່ວງຂອງແຂວງໄຊຍະບູລີ (ບໍລິສັດ ພັນທະມິດກຣຸບ). 

     ທ່ານ ວຽງທອງ ຫັດສະຈັນ ກ່າວວ່າ: ການຊ່ວງເຮືອປະຈຳປີ ພສ 2565 ຢູ່ນະຄອນຫຼວງພະບາງ ບໍ່ມີການຊີງຊະນະເລີດຍ້ອນເຮືອຄູ່ຊີງຊະນະເລີດທັງສອງລຳມີຂໍ້ຂັດແຍ່ງກັນມາກ່ອນຮອບຊີງຊະນະເລີດ ເຮັດໃຫ້ເວລາຈະອອກຈາກພ່ວງປ່ອຍ ບາງຄັ້ງມີລຳໜື່ງອອກ ບາງລຳບໍ່ຍອມອອກ ພ້ອມນີ້ ນັກກີລາເຮືອຊ່ວງທັງສອງລຳ ຂາດຈັນຍາບັນຂອງນັກກີລາ ໂດຍບໍ່ຄິດວ່າທຸກຄົນທີ່ຊົມຢູ່ສອງຝັ່ງນ້ຳຄານ ແລະ ຊົມຜ່ານການຖ່າຍທອດສົດ ຖ້າເບິ່ງການຊ່ວງເຮືອຄູ່ຊີງຊະນະເລີດ ແລະ ອີກບັນຫາໜື່ງ ແມ່ນຍ້ອນກຳມະການດຳເນີນການກວດກາເຕັກນິກບໍ່ຄົບຖ້ວນຕາມລະບຽບການ ແລະ ບໍ່ເຂັ້ມງວດໃນການປະຕິບັດໜ້າທີ່. 

    ສ່ວນບັນຫາທີ່ປີ່ນອ້ອມ ທ່ານໄດ້ໃຫ້ຮູ້ວ່າ: ເວລາດຳເນີນການແຂ່ງຂັນ ຍັງມີຄະນະຮັບຜິດຊອບເຮືອຊ່ວງ ນຳໃຊ້ເຮືອຈັກແລ່ນໄປ-ມາໃນສະຖານທີ່ແຂ່ງຂັນ ພ້ອມນີ້ ການແຂ່ງຂັນແຕ່ລະລ່ອງ ໃຊ້ເວລາແກ່ຍາວ ເຮັດໃຫ້ນັກກີລາບໍ່ມີສະມາທິໃນການແຂ່ງຂັນ. 

    ທ່ານ ວຽງທອງ ຫັນສະຈັນ ໃຫ້ຮູ້ຕື່ມວ່າ: ຕໍ່ກັບບັນຫາຫາງສຽງສັງຄົມທີ່ເກີດຂຶ້ນ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ເຮັດໜັງສືແຈ້ງເຊີນໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າມາປຶກສາຫາລືຊອກຫາສາເຫດຕົວຈີງ ໂດຍໄດ້ຮັບໜັງສືແຈ້ງຕອບຈາກທຸກພາກສ່ວນ ແລະ ສາມາດສະຫຼຸບບັນຫາລວມຕົວຈິງ ແມ່ນເຮືອຊ່ວງຂອງແຂວງໄຊຍະບູລີ ບໍລິສັດ ພັນທະມິດກຣຸບ ໄດ້ສະລະສິດເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ ຍ້ອນສະພາບເຮືອມີບັນຫາຕິດຂັດ ຄະນະກຳມະການຈຶ່ງຕັດສິນໃຫ້ເຮືອຊ່ວງນະຄອນຫຼວງວຽງຈັນ ບໍລິສັດ ແສງເພັດເກັບກູ້ລະເບີດ ໄດ້ຄອງຊະນະເລີດ. 

    ໂອກາດນີ້ ທ່ານໄດ້ສະແດງຄວາມຂອບໃຈທີ່ທຸກພາກສ່ວນໃນສັງຄົມ ທີ່ໄດ້ສົ່ງຄຳເຫັນຕໍ່ການຈັດງານບຸນຊ່ວງເຮືອຢູ່ນະຄອນຫຼວງພະບາງໃນປີນີ້ ເຊິ່ງທຸກບັນຫາຄົງຄ້າງ ອົງການປົກນະຄອນຫຼວງພະບາງ ຂໍຮັບເອົາທຸກບັນຫາຄົງຄ້າງເພື່ອສືບຕໍ່ຊີ້ນຳຄະນະກຳມະການຈັດການແຂ່ງຂັນ ເພື່ອເຮັດໃຫ້ການຈັດງານບຸນໃນປີ 2023 ປະສົບຜົນສຳເລັດ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

error: Content is protected !!