
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະ ລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ການປະດັບປະດາ ແລະ ການເຮັດຄວາມສະອາດໃນ ນວ ວັນທີ 16 ມີນາ 2020 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ແລະ ພາກສ່ວນກ່ຽວຂ້ອງ.

ເປົ້າໝາຍຂອງການລົງກວດກາຄັ້ງນີ້ ແມ່ນເພື່ອຕິດຕາມການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງຂະແໜງການກ່ຽວຂ້ອງໃນການເຮັດອະນາໄມ ຕິດທຸງປະດັບປະດາ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ເພື່ອຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ ຂອງຊາດ ກໍຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ແລະ ເພື່ອກຽມຄວາມພ້ອມໃຫ້ການຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ໃນນີ້ໄດ້ລົງກວດກາເລີ່ມຈາກຖະໜົນສຸພານຸວົງ (ເຂດເມືອງສີໂຄດຕະບອງ) ສຸສານນັກຮົບນິລະນາມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສຸສານນັກຮົບແຫ່ງຊາດ ຜ່ານການຕິດຕາມຕົວຈິງ ໂດຍສະເພາະເສັ້ນທາງທີ່ຈະໄປຫາຈຸດເປົ້າໝາຍ ຍັງມີບາງຈຸດບໍ່ທັນໄດ້ຮັບການປະດັບປະດາທຸງຊາດ ທຸງພັກ ທຸງທິວ ຄຳຂວັນ ແລະ ອື່ນໆ.

ໂອກາດນີ້ທ່ານເຈົ້າຄອງ ນວ ກໍໄດ້ເນັ້ນໃຫ້ປັບປຸງຄືນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ການອະນາໄມເຮັດຄວາມສະອາດ ໂດຍສະເພາະການຕັດຫຍ້າ ເກັບມ້ຽນຂີ້ເຫຍື້ອ ລ້າງທາງ ການປະດັບປະດາ ຕິດປ້າຍຄຳຂວັນ ທຸງທິວ ທຸງຊາດ ແລະ ທຸງພັກ ແຕ້ມເສັ້ນແບ່ງທາງຈໍລະຈອນໃຫ້ມີຄວາມສວຍງາມ ນຳໃຊ້ໄດ້ດົນ ນອກນີ້ກໍໃຫ້ກວດຄືນດອກໄຟເຍືອງທາງຕາມຈຸດຕ່າງໆໃຫ້ມີຄວາມສະຫວ່າງ ເອົາໃຈໃສ່ໂຄສະນາປຸກລະດົມປະຊາຊົນ ອົງການຈັດຕັ້ງ ສຳນັກງານ ບໍລິສັດ ແລະ ຫ້າງຮ້ານທີ່ຢູ່ແຄມທາງໃຫ້ມີສ່ວນຮ່ວມໃນການຮັກສາຄວາມສະອາດ ຕິດທຸງປະດັບປະດາໃຫ້ມີຄວາມສວຍງາມ ແນໃສ່ສ້າງຂະບວນການຄຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ເປັນຂະບວນຟົດຟື້ນ.