ໂຮງຮຽນ ສິນໄຊ ສອບເສັງໄດ້ຮັບໃບປະກາສະນິຍະບັດແດງ 5 ຄົນ

    ພິທີສະຫຼຸບຜົນການສອບເສັງຈົບຊັ້ນປະຖົມສຶກສາ (ປ5) ຊັ້ນມັດທະຍົມຕົ້ນ (ມ4) ແລະ ຊັ້ນມັດທະຍົມປາຍ (ມ7) ປະຈໍາສົກຮຽນ ປີ 2011-2012 ຂອງໂຮງຮຽນປະຖົມ-ມັດທະຍົມສົມບູນ ສິນໄຊ ຈັດຂຶ້ນວັນທີ 27 ສິງຫາ 2022 ທີ່ພັດທະນາຄານດາວວຽງ ນະຄອນຫຼວງວຽງຈັນ (ນວ) ໂດຍມິທ່ານ ບຸນທັນ ແສງມະນີ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກີລາ ນວ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ທ່ານ ນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊ ແຂກຖືກເຊີນ ພ້ອມດ້ວຍພະນັກ ງານ ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.

    ທ່ານ ນາງ ອາລີ ພົນເສນາ ໄດ້ຍົກໃຫ້ເຫັນຜົນການສອບເສັງຈົບຊັ້ນປະຖົມ ຈັດຂຶ້ນລະຫວ່າງວັນທີ 24-25 ພຶດສະພາ ວິຊາສອບເສັງມີ 4 ວິຊາຄື: ຄະນິດສາດ ຂຽນທວາຍ ຫັດແຕ່ງ ແລະ ໂລກອ້ອມຕົວ ຜົນການສອບເສັງ ໄດ້ຄະແນນລວມສູງສຸດ 39 ຄະແນນ (ໄດ້ອັນດັບທີ 1) ຈໍານວນ: 1 ຄົນ ( ທ້າວ ໄຊປັນຍາ ລໍບຸນເພັດ) ໄດ້ຄະແນນດີເດັ່ນແຕ່ລະວິຊາບໍ່ຫຼຸດ 9 ຈໍານວນ 10 ຄົນ ຍິງ 5 ຄົນ ນັກຮຽນເກ່ງຮອບດ້ານ ສອບເສັງໄດ້ຄະແນນທຸກວິຊາບໍ່ຫຼຸດ 7 ມີຈໍານວນ 88 ຄົນ ຍິງ 49 ຄົນ ເທົ່າກັບ 53,01% ສອບເສັງໄດ້ສົມບູນຄະແນນທຸກວິຊາຫຼຸດ 5 ມີຈໍານວນ 166 ຄົນ ຍິງ 90 ຄົນ ເທົ່າກັບ 100 % ຊັ້ນ ມ4 ສອບເສັງ 6 ວິຊາຄື: ພາສາລາວ-ວັນນະຄະດີ ຄະນິດສາດ ວິທະຍາສາດທໍາມະຊາດ ວິທະຍາສາດສັງຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ ຜົນການສອບເສັງ ນັກຮຽນໄດ້ໃບປະກາສະນິຍະບັດແດງສອບເສັງໄດ້ຄະແນນທຸກວິຊາໄດ້ 9 ຂຶ້ນໄປມີ 4 ຄົນ ຄື: ນາງ ເມລິສາ ອໍລະດົມ ນາງ ມະນີຄໍາ ໃຜມະນີ ນາງ ພິດາລິນ ວົງພຶດ ແລະ ນາງ ພະກຸນແກ້ວ ພົມມະວົງສາ ມີນັກຮຽນເກັ່ງຮອບດ້ານສອບເສັງໄດ້ຄະແນນທຸກວິຊາບໍ່ຫຼຸດ 7 ມີຈໍານວນ 47 ຄົນ ຍີງ 30 ຄົນ ເທົ່າກັບ 38,84% ສອບເສັງໄດ້ສົມບູນຄະແນນທຸກວິຊາບໍ່ຫຼຸດ 5 ມີ 121 ຄົນ ຍິງ 70 ຄົນ ເທົ່າກັບ 100 % ຊັ້ນ ມ7 ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ ຄະນິດສາດ ກຸ່ມວິທະຍາສາດທໍາມະຊາດ ກຸ່ມວິທະຍາສາດສັງຄົມ ແລະ ພາສາອັງກິດ ຜົນການສອບເສັງ ນັກຮຽນໄດໃບປະກາສະນິຍະບັດແດງສອບເສັງໄດ້ຄະແນນສະເລ່ຍທຸກໆວິຊາໄດ້ 9 ຂຶ້ນໄປມີ 1 ຄົນ (ທ້າວ ວາຊີລີ ສິງດາລາ) ນັກຮຽນເກ່ງຮອບດ້ານສອບເສັງໄດ້ຄະແນນທຸກວິຊາບໍ່ຫຼຸດ 7 ມີ 79 ຄົນ ຍິງ 36 ຄົນ ເທົ່າກັບ 79,79% ສອບເສັງໄດ້ສົມບູນຄະແນນທຸກວິຊາບໍ່ຫຼຸດ 5 ມີ 99 ຄົນ ຍິງ 46 ຄົນ ທົ່າກັບ 100 %.

    ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານ ແລະ ນັກຮຽນໃນແຕ່ລະຊັ້ນຮຽນ ທີ່ມີຜົນງານດີເດັ່ນໃນ ການຮຽນ-ການສອນ ຕາມລຳດັບ.

ຂ່າວ – ພາບ :  ບຸນມີ ສີວິໄລ

error: Content is protected !!