ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໂດຍສະເພາະແມ່ນລະຫວ່າງເອື້ອຍນ້ອງແມ່ຍິງຂອງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມເຮັດວຽກ ແລະ ແລກປ່ຽນບົດຮຽນທີ່ ສປປ ລາວ ໃນລະຫວ່າງວັນທີ 23-25 ສິງຫາ 2022.

ກອງປະຊຸມພົບປະສອງຝ່າຍ ລະຫວ່າງສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ສິງຫາ 2022 ທີ່ກະຊວງການຕ່າງປະເທດ ສປປ ລາວ ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ອາລູນີ ກົມມະສິດ ພັນລະຍາສະຫາຍຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ນະຄອນຫຼວງວຽງຈັນ ແລະ ສະຫາຍນາງ ຫວູ ທິ ບິກ ຫງ໋ອກ ພັນລະຍາສະຫາຍລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ນະຄອນຫລວງຮ່າໂນ້ຍ ມີສະຫາຍນາງ ໄກມະນີ ອໍລະບູນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ສະຫາຍ ນາງ ຫງວຽນ ມິ່ງ ຮັ່ງ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ແລະ ມີບັນດາສະຫາຍຜູ້ແທນຂອງສອງຝ່າຍເຂົ້າຮ່ວມ.
ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ ກ່ຽວກັບສະພາບ ແລະ ການເຄື່ອນໄຫວ ໃນໄລຍະຜ່ານມາຂອງສະຫະພັນແມ່ຍິງກະຊວງຂອງຕົນ ໃຫ້ກັນ ແລະ ກັນຊາບ ໂດຍສະເພາະແມ່ນດ້ານທີ່ຕັ້ງ ພາລະບົດບາດ ແລະ ໂຄງຮ່າງການຈັດຕັ້ງ. ພ້ອມນີ້ ສອງຝ່າຍຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ແລະ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບບັນດາກິດຈະກໍາການເຄື່ອນໄຫວຂອງຕົນ ການເຄື່ອນໄຫວຂອງກຸ່ມແມ່ຍິງອາຊຽນ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ-ແມ່-ເດັກ ແລະ ການກໍ່ສ້າງພະນັກງານສືບທອດເພດຍິງ ຊຶ່ງເປັນວຽກງານທີ່ມີຄວາມສຳຄັນ ເພື່ອຍົກສູງບົດບາດຂອງແມ່ຍິງໃນຂົງເຂດວຽກງານຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ພ້ອມທັງຊຸກຍູ້ສົ່ງເສີມການສ້າງພະນັກງານສືບທອດເພດຍິງໃຫ້ຫຼາຍຂຶ້ນ ເວົ້າລວມ ເວົ້າສະເພາະ ໃນຂົງເຂດວຽກງານການຕ່າງປະເທດ ກໍຄືນັກການທູດຍິງ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເຊິ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມ ສະແດງເຖິງການສືບຕໍ່ຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ເວົ້າລວມ ເວົ້າສະເພາະ ແມ່ນການຮ່ວມມືຂອງແມ່ຍິງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃຫ້ສູ່ລວງເລິກ ແລະ ເປັນຮູບປະທຳ ນັບມື້ໜັກແໜ້ນຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້ ຄະນະຜູ້ແທນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ຍັງໄດ້ແລກປ່ຽນຮີດຄອງປະເພນີ ແລະ ວັດທະນະທໍາລາວ ໂດຍໄດ້ຮຽນຟ້ອນລໍາວົງລາວ ແລະ ຈັງຫວະການເຕັ້ນແບບລາວ ແລະ ຍັງໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ນະຄອນຫຼວງວຽງຈັນ ເປັນຕົ້ນ: ພິພິທະພັນທໍາມະຊາດ ພິພິທະພັນຜ້າໄໝລາວ ໃນວັນທີ 24 ສິງຫາ 2022 ທີ່ສະພາແຫ່ງຊາດລາວ, ສະຫາຍນາງ ນາລີ ສີສຸລິດ ພັນລະຍາ ສະຫາຍປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ນາງ ຫວູ ທິ ບິກ ຫງ໋ອກ ພ້ອມດ້ວຍຄະນະ.

ໃນໂອກາດນີ້ ສະຫາຍນາງ ນາລີ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ເຊິ່ງເປັນການນໍາເອົາໄມຕີຈິດ ມິດຕະພາບອັນດູດດື່ມແຫ່ງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນລະຫວ່າງເອື້ອຍນ້ອງແມ່ຍິງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ. ພ້ອມນີ້ ສະຫາຍນາງ ນາລີ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍຜົນສໍາເລັດການແລກປ່ຽນບົດຮຽນຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນບາດກ້າວທີ່ພົ້ນເດັ່ນຂອງການຮ່ວມມືລະຫວ່າງສະຫະພັນແມ່ຍິງສອງກະຊວງການຕ່າງປະເທດ ກໍຄືພັນລະຍາການນໍາຂອງທັງສອງຝ່າຍ ເຊິ່ງບົດບາດແມ່ຍິງ ໂດຍສະເພາະແມ່ນ ພັນລະຍາການນໍາ ໄດ້ປະກອບສ່ວນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບກັບບັນດາປະເທດຕ່າງໆ ກໍ່ຄືການຮັດແໜ້ນຄວາມສາມັກຄີພາຍໃນນັບມື້ນັບສູງຂຶ້ນ ແລະ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນອະນາຄົດ ບົດບາດຂອງແມ່ຍິງຍິ່ງຈະມີຄວາມສໍາຄັນໃນການປະກອບສ່ວນເຂົ້າໃນການພັດທະນາໂດຍລວມຂອງປະເທດ ກໍຄືຂອງສາກົນ. ນອກນີ້ ສະຫາຍນາງ ນາລີ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງສະຫາຍພັນລະຍາປະທານປະເທດ ສສ ຫວຽດນາມ ອີກດ້ວຍ.
ໃນໂອກາດດຽວກັນນີ້, ສະຫາຍ ນາງ ຫວູ ທິ ບິກ ຫງ໋ອກ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ລາຍງານຜົນສໍາເລັດຂອງການພົບປະກັບຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດລາວ ແລະ ແຜນການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້. ນອກຈາກນັ້ນ ໃນວັນທີ 25 ສິງຫາ 2022 ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ເດີນທາງຢ້ຽມຢາມເມືອງວັງວຽງ ແລະ ໄດ້ພົບປະກັບສະຫະພັນແມ່ຍິງແຂວງວຽງຈັນ ພ້ອມທັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆທີ່ວັງວຽງ ເຊັ່ນ: ຖໍ້ານາງຟ້າ ທໍາມະຊາດນໍ້າຊອງ ແລະ ອື່ນໆ.
# ຂ່າວ – ພາບ : ໄຊບັນດິດ