ລາວ-ໄທ ຮ່ວມກັນພັດທະນາດ້ານວິຊາການ

    ກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 24 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-25 ສິງຫາ 2022 ທີ່ນະຄອນຫຼວງພະບາງ ສປປ ລາວ ຊຶ່ງຄະນະຜູ້ແທນຝ່າຍລາວ ນຳໂດຍທ່ານ ວິໂຣດ ສູນດາຣາ ຫົວໜ້າກົມອາຊີ- ປາຊີຟິກ ແລະ ອາຟຣິກາ ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຝ່າຍໄທ ນຳໂດຍທ່ານ ນາງ ອຸຣິຣັດ ຈະເລີນໂຕ ອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດແຫ່ງລາຊະອານາຈັກໄທ ໂດຍມີບັນດາຜູ້ແທນຈາກພາກສ່ວນຕ່າງໆຂອງທັງສອງປະເທດ ລາວ-ໄທ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນໂອກາດນີ້ ກ່ອນທີ່ຈະເດີນທາງເຂົ້າຮ່ວມກອງປະຊຸມທີ່ແຂວງຫຼວງພະບາງ ທ່ານ ນາງ ອຸຣີຣັດ ຈະເລີນໂຕ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອລາຍງານ ແລະ ແຈ້ງຈຸດປະສົງຂອງການເດີນທາງມາເຄື່ອນໄຫວຢູ່ ສປປ ລາວ ໃນຄັ້ງນີ້.

    ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມກອງເລຂາ ລາວ-ໄທ ຈາກຫົວໜ້າກອງເລຂາຝ່າຍ ລາວ ແລະ ໄທ ທີ່ຈັດຂຶ້ນໃນວັນທີ 23 ສິງຫາ 2022 ໂດຍໄດ້ແຈ້ງໃຫ້ຊາບກ່ຽວກັບຜົນຂອງການຈັດຕັ້ງປະຕິບັດໂຄງການເພື່ອການພັດທະນາດ້ານວິຊາການ (2020-2022) ໃນໄລຍະຜ່ານມາ ຕາມທີ່ໄດ້ຕົກລົງກັນຂອງກອງປະຊຸມຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ່ 23 ທີ່ ເພັດສະບູລີ ລາຊະອານາຈັກໄທ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຮອງເອົາບົດບັນທຶກກອງປະຊຸມວິຊາການ ລາວ-ໄທ ຄັ້ງທີ 24 ແລະ ແຜນການຮ່ວມມືເພື່ອການພັດທະນາ ລາວ – ໄທ ໄລຍະ 3 ປີ (2023-2025) ເຊິ່ງກວມເອົາ 07 ຂົງເຂດ 21 ແຜນງານ 35 ໂຄງການ ທີ່ສອດຄອງກັບແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 09 ທີ່ລັດຖະບານ ແຫ່ງ ສປປ ລາວໄດ້ກຳນົດໄວ້ ແລະ ຍັງເປັນການປະກອບສ່ວນເຂົ້າໃນການຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ໄດ້ຮັບໝາກຜົນເປັນຮູບປະທໍາ.

    ໃນໂອກາດດັ່ງກ່າວ ທ່ານ ວິໂຣດ ສູນດາຣາ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ເລຂາທິການຄະນະກຳມາທິການຮ່ວມມື ລາວ-ໄທ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານແຫ່ງລາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນດ້ານວິຊາການແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງຊັບພະຍາກອນມະນຸດ ແລະ ສົ່ງເສີມການພັດທະນາເສດຖະກິດ- ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍສະເພາະ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ໃນຂະນະດຽວກັນ ທ່ານ ນາງ ອຸຣິຣັດ ຈະເລີນໂຕ ອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດ ແຫ່ງລາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ກໍ່ຄືການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ ໄທ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

    ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕິຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນເປັນຢ່າງດີ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງລາວ-ໄທ ເຊິ່ງກອງປະຊຸມການຮ່ວມມືດ້ານວິຊາການ ລາວ-ໄທ ຄັ້ງທີ 25 ຈະໄດ້ຈັດຂຶ້ນທີ່ລາຊະອານາຈັກໄທ ໃນປີ 2024.

# ຂ່າວພາບ : ກົມການຂ່າວ ກະຊວງການຕ່າງປະເທດ

error: Content is protected !!