ສໍາເລັດທົບທວນວຽກງານສົ່ງເສີມສິດທິເດັກ ເພື່ອປ່ຽນແປງພຶດຕິກໍາທາງສັງຄົມ

     ກອງປະຊຸມສື່ສານມວນຊົນທົ່ວປະເທດ ກ່ຽວກັບການທົບທວນຄືນວຽກງານສົ່ງເສີມສິດທິເດັກ ການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ໄດ້ດໍາເນີນມາແຕ່ວັນທີ 22 ສິງຫາ ເປັນຕົ້ນມາ ແລະ ໄດ້ອັດລົງວັນທີ 25 ສິງຫາ 2022 ທີ່ສະພາປະຊາຊົນນະຄອນຫຼວງພະບາງ ເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມີທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ແລະ ທ່ານ ຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານດ້ານໂຄສະນາ ແລະ ສື່ສານມວນຊົນປະຈໍາອົງການອຸຍນີເຊັບ ສປປ ລາວ ພ້ອມດ້ວຍສື່ສານມວນຊົນອອ້ມຂ້າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຂະແໜງ ການຕ່າງໆຈາກສູນກາງ ແລະ ສື່ມວນຊົນຈາກ 17 ແຂວງທົ່ວປະເທດເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ຈັດໂດຍກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ພາຍໃຕ້ການສະໜັບສະໜູນຂອງອົງການອຸຍນີເຊັບປະຈໍາລາວ ເຊິ່ງຕະຫຼອດໄລຍະ 4 ວັນ ສໍາມະນາກອນທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງ ພ້ອມທັງຮຽນຮູ້ຜົນສໍາຫຼວດກ່ຽວກັບອັດຕາກວມການສັກວັກຊີນພື້ນທີ່ສີຂຽວຢູ່ແຂວງຫຼວງພະບາງ ລວມທັງນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ການມີສ່ວນຮ່ວມ ສິ່ງທ້າທາຍ ສິ່ງກີດຂວາງຂອງຊຸມຊົນ ຕໍ່ການສື່ສານປ່ຽນແປງພຶດຕິກໍາທາງສັງຄົມ ການລາຍງານໂຄສະນາສົ່ງເສີມສິດທິເດັກພາຍໃນແຂວງ ຄວາມຄືບໜ້າ ສິ່ງທ້າທາຍ ແລະ ແຜນໃນຕໍ່ໜ້າ ແລະ ການວາງແຜນການມີສ່ວນຮ່ວມຂອງສື່ມວນຊົນໃນວຽກງານສົ່ງເສີມສິດທິເດັກ ແຕ່ນີ້ຮອດເດືອນທັນວາ 2022 ນອກນີ້ ສໍາມະນາກອນທີ່ເຂົ້າຮ່ວມຍັງໄດ້ຄົ້ນຄວ້າຫົວຂໍ້ຂ່າວປະກອບມີ ເຂດໃດເປັນພື້ນທີ່ທ່ອງທ່ຽວສີຂຽວນະຄອນຫຼວງພະບາງ ຊຸມຊົນມີສ່ວນຮ່ວມແນວໃດຕໍ່ການປະກາດພື້ນທີ່ສີຂຽວ ຄວາມເຊື່ອໝັ້ນຂອງປະຊາຊົນນະຄອນຫຼວງພະບາງ ຕໍ່ວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ບົດຮຽນທີ່ຖອດຖອນໄດ້ ການມີສ່ວນຮ່ວມຂອງຊຸມຊົນ ຕໍ່ການບັນລຸເປົ້າໝາຍສັກຢາກັນພະຍາດໂຄວິດ-19 ເພື່ອຜະລິດເປັນບົດຂ່າວອອກວິທະຍຸ ໂທລະພາບ ສື່ສິ່ງພິມ ແລະ ສື່ອອນລາຍ ເຊິ່ງໄດ້ແບ່ງເປັນ 4 ກຸ່ມ ເຄື່ອນໄຫວສໍາພາດພາກສະໜາມຢູ່ໃນຊຸມຊົນ ເປັນຕົ້ນ ຕະຫຼາດມືດນະຄອນຫຼວງພະບາງ ວັດຊຽງທອງ ພະແນກສາທາລະນະສຸກແຂວງຫຼວງພະບາງ.

    ໂອກາດນີ້ ທ່ານ ສົມສະຫວາດ ພົງສາ ໄດ້ກ່າວສະແດງຄວາມຂອບໃຈມາຍັງອົງການອຸຍນີເຊັບ ປະຈໍາລາວທີ່ໄດ້ໃຫ້ການສະໜັບສະໜູນກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມຄັ້ງນີ້ ເພື່ອໃຫ້ສະມາຊິກມີເດຍລາວ ໄດ້ມາພົບປະແລກປ່ຽນ ສ້າງສັນຜົນງານການຜະລິດຂ່າວ ພ້ອມນັ້ນ ສະແດງຄວາມຂອບໃຈມາຍັງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ທີ່ອໍານວຍຄວາມສະດວກ ພ້ອມທັງປະສານງານໄປຍັງພະແນກການ ແລະ ສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງ ໃຫ້ສື່ສານມວນຊົນໄດ້ໄປສໍາພາດ ເກັບກໍາຂໍ້ມູນ ອັນໄດ້ເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຫວັງວ່າສໍາມະນາກອນທີ່ເຂົ້າຮ່ວມກອງປະຊຸມ ຈະນໍາໃຊ້ເນື້ອໃນບົດຮຽນທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄດ້ຮັບໝາກຜົນ ແລະ ອື່ນໆ.

    ໃນພິທີປິດກອງປະຊຸມດັ່ງກ່າວ ຍັງໄດ້ມອບລາງວັນໃຫ້ແກ່ສະມາຊິກມີເດຍລາວທີ່ມີຜົນງານເດັ່ນໃນ ປີ 2021 ທີ່ມີຄົນເຂົ້າຊົມຫຼາຍກວ່າໝູ່ ເຊິ່ງລາງວັນທີ 1 ແມ່ນແຂວງຊຽງຂວາງ ລາງວັນທີ 2 ໂທລະພາບແຫ່ງຊາດ ລາງວັນທີ 3 ແຂວງຈໍາປາສັກ ແລະ ລາງວັນທີ 4 ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!