ມວຍວູຊູ ໂປຈີ ລາຍການ KFF Fight ຈະກັບມາຂຶ້ນຊົກ 7 ຄູ່

    ການແຂ່ງຂັນກີລາມວຍວູຊູ ໂປຈີ ຫຼື ລາຍການ KFF Fight  ທີ່ຈັດຂຶ້ນທຸກໆທ້າຍເດືອນ ທີ່ສູນເຝິກກັງຟູ ລາວ-ຈີນ ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດໂດຍສະຫະພັນກີລາວູຊູແຫ່ງຊາດລາວ ຮ່ວມກັບສູນເຝິກກັງຟູ ລາວ- ຈີນ ແລະ ໃນທ້າຍເດືອນນີ້ ພໍດີກົງກັບວັນທີ 27 ສິງຫາ 2022 ຈະມີທັງນັກຊົກດາວຮຸ່ງ ແລະ ນັກມວຍຜູ້ມີປະສົບການ ອາວຸດຄົບເຄື່ອງ ຂຶ້ນຊົກກັນເຖິງ 7 ຄູ່ ຮັບຮອງວ່າດຸເດືອດມັນ ສະນັ້ນ ຢ່າລືມຢ່າພາດສັງວຽນນີ້ ເຮັດໃຫ້ທ່ານບໍ່ຜິດຫວັງແນ່ນອນ.  

     ການແຂ່ງຂັນກີລາມວຍວູຊູ ໂປຈີ ຈັດຂຶ້ນກໍເພື່ອເປັນການສົ່ງເສີມໃຫ້ນັກກິລາມີການເຄື່ອນໄຫວເຝິກຊ້ອມ ການແຂ່ງຂັນ ເປັນການເລືອກເຟັ້ນເອົານັກກີລາທີ່ມີພອນສະຫວັນດີເດັ່ນ ແລະ ມີຄວາມສາມາດເພື່ອສ້າງເປັນນັກກີລາວູຊູທີມຊາດໃນອະນາຄົດ ພ້ອມທັງສ້າງໂອກາດໃຫ້ບັນດາສະໂມສອນພາຍໃນນະຄອນຫຼວງ ແລະ ຕ່າງແຂວງ ໄດ້ມີເວທີເຄື່ອນໄຫວແຂ່ງຂັນເພື່ອກຽມຄວາມພ້ອມກ່ອນເຂົ້າຮ່ວມແຂ່ງຂັນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໃນວັນທີ 13-22 ທັນວາ 2022 ແລະ ໃນຊຽງຂວາງ ເກມ ສຳລັບກີລາມວຍວູຊູ ກໍຈະມີການຊີງໄຊເຖິງ 17 ຫຼຽນຄຳ.

    ສຳລັບຜົນການປະກົບຄູ່ມວຍໃນວັນເສົານີ້ ມີທັງໝົດ 7 ຄູ່

  • ຄູ່ທີ 1 ເປັນການພົບກັນລະຫວ່າງ ພຸດທະໄຊ ສະໂມສອນ ມັງກອນທອງ ພົບກັບ ອ໋ອບໂລດ ສິດໂອພາລຸ້ງ ຮຸ່ນນໍ້າໜັກ 35 ກິໂລ
  • ຄູ່ທີ 2 ໂບບີ້ ສະໂມສອນ ອິນຟິນິຕີ ພົບກັບ ເດັ່ນຊາຍຂາວ ພໍເພັດປິນທອງ ຮຸ່ນນໍ້າໜັກ 48 ກິໂລ
  • ຄູ່ທີ 3 ເພັດເກົ້າລ້ານ ສະໂມສອນ ພົງສະຫວັນ ພົບກັບ ໂຕເຕ້ ຄ້າຍສໍຊຽນສານຝັນ ຮຸ່ນນໍ້າໜັກ 50 ກິໂລ
  • ຄູ່ທີ 4 ຊາດພະຍັກ ສູນຝຶກກັງຟູ ລາວ-ຈີນ ພົບກັບ ບຸນທຽນ ສະຖາບັນກີລາ-ກາຍະກຳ ຮຸ່ນນໍ້າໜັກ 58 ກິໂລ
  • ຄູ່ທີ 5 ແມັກນ້ອຍ ສະໂມສອນ ສອນທອງຄຳ ພົບກັບ ວັນສີ ສະຖາບັນກີລາ-ກາຍະກຳ ຮຸ່ນນໍ້າໜັກ 54 ກິໂລ
  • ຄູ່ທີ 6 ໄທທັດ ສະໂມສອນ ມັງກອນທອງ ພົບກັບ ເທບ ສະຖາບັນກີລາ-ກາຍະກຳ ຮຸ່ນນໍ້າໜັກ 60 ກິໂລ ແລະ
  • ຄູ່ທີ 7 ລິໂອ ສະໂມສອນ ພົງສະຫວັນ ພົບກັບ ເພັດຈັນລາຍ ສໍຈະເລີນສິງ ສະຖາບັນກີລາ-ກາຍະກຳ ຮຸ່ນນໍ້າໜັກ 60 ກິໂລ.

ຂ່າວ – ພາບ :  ສີພອນ

error: Content is protected !!