ຜູ້ນຳລາວ ຕ້ອນຮັບຄະນະນຳຂັ້ນສູງ ກະຊວງ ປກສ ແຫ່ງ ສສ ຫວຽດນາມ

    ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສສ ຫວຽດນາມ ນໍາໂດຍສະຫາຍ ພົນເອກ ໂຕ ເລິມ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນວັນທີ 24 ສິງຫາ 2022 ເນື່ອງໃນໂອກາດທີ່ຄະນະດັ່ງກ່າວ ເດີນທາງມາເຄື່ອນໄຫວຢ້ຽມຢາມສັນທະວະໄມຕີ ແລະ ພົບປະກັບກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃນລະຫວ່າງວັນທີ 24-27 ສິງຫາ 2022.

    ພາຍຫຼັງສໍາເລັດກອງປະຊຸມພົບປະສອງຝ່າຍຂອງຄະນະຜູ້ແທນຂັ້ນສູງຂອງສອງກະຊວງ ປກສ ລາວ-ຫວຽດນາມ ສະຫາຍ ພົນເອກ ໂຕ ເລິມ ໄດ້ນໍາພາຄະນະນໍາຂັ້ນສູງກະຊວງ ປກສ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຄຳນັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໂອກາດນີ້ ສະຫາຍ ພົນເອກ ໂຕ ເລິມ ໄດ້ຕາງໜ້າໃຫ້ຄະນະຜູ້ແທນ ນໍາເອົາຄວາມຢື້ຢາມຖາມຂ່າວ ຄວາມຮັກແພງສາມັກຄີອັນສະໜິດແໜ້ນ ຈາກການນຳພັກ-ລັດ ຂອງ ສສ ຫວຽດນາມ ມາເຖິງປະທານປະເທດ ພ້ອມດ້ວຍການນຳພັກ-ລັດ ແລະ ປະຊາຊົນລາວ ພ້ອມທັງໄດ້ລາຍງານຈຸດປະສົງ ໃນການເດີນທາງເຄື່ອນໄຫວຢ້ຽມຢາມສັນທະວະໄມຕີ ສປປ ລາວ ຄັ້ງນີ້ ໃຫ້ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຊາບ.

    ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການມາຢ້ຽມຢຽມສັນທະວະໄມຕີ ແລະ ເຮັດວຽກຢູ່ ສປປ ລາວເວົ້າສະເພາະ ກໍແມ່ນການເຮັດວຽກຮ່ວມກັບກະຊວງ ປກສ ແຫ່ງ ສປປ ລາວ ພ້ອມນັ້ນ ສະຫາຍປະທານປະເທດ ໄດ້ເນັ້ນໜັກໃຫ້ສອງກຳລັງສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອສະຫງ່າງາມ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານໃຫ້ເລິກເຊິ່ງ ກວ້າງຂວາງ ສຸມໃສ່ພັດທະນາສອງກໍາລັງປ້ອງກັນຄວາມສະ ຫງົບ ລາວ-ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງ ຮັບປະກັນໃຫ້ສອງປະເທດ ລາວ-ຫວຽດ ນາມມີຄວາມສະຫງົບ ປອດໄພ ປະຊາຊົນສອງຊາດ ໄປມາຫາສູ່ກັນຢ່າງສະດວກສະບາຍ ສ້າງຄວາມເຂັ້ມແຂງ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ນອກນີ້ ຍັງໄດ້ອວຍພອນໃຫ້ສະຫາຍ ພົນເອກ ໂຕ ເລິມ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

    ໃນເວລາຕໍ່ມາ ສະຫາຍ ພົເອກ ໂຕ ເລິມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍໄດ້ລາຍງານກ່ຽວກັບການພົບປະແລກປ່ຽນວຽກງານຂອງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໃຫ້ສະຫາຍນາຍົກລັດຖະມົນຕີຊາບ.

error: Content is protected !!