2 ພາກສ່ວນ ເຊັນບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ຮ່ວມກັນ

    ວັນທີ 23 ສິງຫາ 2022 ທີ່ສະພາແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫ່ວາງກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ໂດຍການຮ່ວມລົງນາມລະຫວ່າງທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ມີບັນດາປະທານ-ຮອງປະທານກໍາມາທິການ ພາຍໃນສະພາແຫ່ງຊາດ ທ່ານສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ.

    ບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫ່ວາງກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ເພື່ອຮັບປະກັນໃຫ້ແກ່ການຮ່ວມມື ແລະ ການປະສານງານຮ່ວມກັນ ລະຫວ່າງກໍາມາທິການການຕ່າງປະເທດ ກັບກະຊວງການຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຮັບປະກັນໃຫ້ໄດ້ທາງດ້ານເນື້ອໃນສໍາຄັນ ພ້ອມທັງສືບຕໍ່ປະສານສົມທົບກັນໃນ​ການ​ຄົ້ນຄວ້າຮ່າງ​ກົດໝາຍ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ ເປັນຕົ້ນແມ່ນການສ້າງຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ ການສ້າງສັນຍາສາກົນໃນລະດັບຂອງສະພາແຫ່ງຊາດ ລະບຽບການວ່າດ້ວຍການໃຫ້ສັດຕະຍາບັນໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ຈະ​ແຈ້ງ ​ແລະ ຮັດກຸມ​ ຮັບປະກັນ​ຄວາມຖືກຕ້ອງ ສອດຄ່ອງ​ກັບ​ແນວທາງ​ຂອງ​ພັກ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດລວມຂອງ​ຊາດ ​ແລະ ປະຊາຊົນ ສະໜອງບົດລາຍງານກ່ຽວກັບຜົນສຳເລັດຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງການນຳຂັ້ນສູງຂອງສະພາແຫ່ງຊາດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍແຕ່ລະໄລຍະ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ ຂໍ້ມູນການພົວພັນ ແລະ ຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາຕ່າງປະເທດ ໃຫ້ກະຊວງການຕ່າງປະເທດ ສະໜອງບົດສະຫຼຸບລາຍງານສະພາບການທີ່ພົ້ນເດັ່ນ ໃນຂົງເຂດພາກພື້ນ ແລະ ສາກົນ ບົດລາຍງານກ່ຽວກັບການຈັດຕັັ້ງປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ລົງນາມ ແລະ ເປັນພາຄີໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ສະພາບການຄຸ້ມຄອງອົງການຈັດຕັ້ງສາກົນ ອົງການລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ມາເຄື່ອນໄຫວຢູ່ ສປປ ລາວ ວຽກງານການພົວພັນຄົນເຊື້ອຊາດລາວ ແລະ ວຽກງານກ່ຽວຂ້ອງອື່ນໆ ໃຫ້ກໍາມາທິການການຕ່າງປະເທດ ເປັນແຕ່ລະໄລຍະ ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ພິທີການ ພາສາຕ່າງປະເທດ ແລະ ການສ້າງພະນັກງານແປພາສາ ແນໃສ່ຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະໃໝ່ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ສະໜອງຂໍ້ມູນ ແລະ ໃຫ້ທັດສະນະຕໍ່ບັນຫາຕ່າງໆທີ່ຈໍາເປັນໃຫ້ແກ່ກັນ ແລະ ກັນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນຕາມການສະເໜີຂອງແຕ່ລະຝ່າຍ.

    ພ້ອມດຽວກັນນີ້ ຂໍ້ຕົກລົງດັ່ງກ່າວຍັງຈະເປັນເຄື່ອງມືໜຶ່ງທີ່ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກໍາມາທິການ ແລະ ກະຊວງການຕ່າງປະເທດ ໃຫ້ມີຄວາມໃກ້ຊິດສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງສອງພາກສ່ວນໃຫ້ຫຼາຍຂຶ້ນກວ່າເກົ່າ.

error: Content is protected !!