ປະຊາຊົນ ສະເໜີໃຫ້ແກ້ໄຂບັນຫາໄຟຟ້າ ແລະ ນໍ້າປະປາບໍ່ພໍໃຊ້

    ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ທ່ານ ບຸນມີ ໄຊຍະວົງ ສະມາຊິກສະພາປະຊາຊົນ ນວ (ສສ ນວ) ຊຸດທີ II ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ ທີ IX ແລະ ສປນວ ຊຸດທີ II ທີ່ວັດບ້ານຕາດທອງ ເມືອງສີໂຄດຕະບອງ ວັນທີ 24 ສິງຫາ 2022 ມີອຳນາດການປົກຄອງ ແລະ ປະຊາຊົນບ້ານຕາດທອງ ແລະ ບ້ານໜອງດາເຂົ້າຮ່ວມ.

    ທ່ານນາງ ບຸນມີ ຍົດລືໄຊ ບ້ານຕາດທອງໄດ້ລາຍງານສະພາບລວມຂອງ 2 ບ້ານວ່າ  ໄລຍະຜ່ານມາ ທັງສອງບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ນຳເອົາແນວທາງນະໂຍບາຍຂອງພັກ-ລັດ ເຊື່ອມຊຶມບັນດາເອກະສານສຳຄັນຂອງຊາດຕ່າງໆມາເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ປັດຈຸບັນທັງ 2 ບ້ານບໍ່ມີຄອບຄົວທຸກຍາກ ລາຍຮັບພາຍໃນສະເລ່ຍ 1.700 ໂດລາຕໍ່ຄົນຕໍ່ປີ ພ້ອມກັນນັ້ນ ພື້ນຖານໂຄງລ່າງໄດ້ຮັບການພັດທະນາດ້ວຍທຶນຂອງລັດ ແລະ ທຶນປະກອບສ່ວນຂອງປະຊາຊົນ.

    ຈາກນັ້ນ ສສຊ ແລະ ສສນວ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ ເພື່ອແນໃສ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນສຳເລັດຂອງກອງປະຊຸມຄັ້ງນີ້ຢ່າງເລີກເຊິ່ງ ພ້ອມທັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນໄດ້ປະກອບຄິດຄຳເຫັນ ແລະ ສະເໜີບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈເ ພື່ອສະເໜີໄປຍັງພາກສ່ວນກ່ຽວຂ້ອງແກ້ໄຂ ໃນນັ້ນ ບັນຫາທີ່ປະຊາຊົນເໜີມາຍັງ ສສຊ ແລະ ສສ ນວ ແມ່ນບັນຫາການປັບປຸງຍົກລະດັບເສັ້ນດິນແດງໃຫ້ເປັນເສັ້ນທາງມາດຕະຖານ (ນັບແຕ່ເສັ້ນທາງຢາງບ້ານໜອງດາຜ່ານບ້ານຕາດທອງ-ບ້ານໂນນສົມບູນ-ວັດຖໍ້ານໍ້່າຍ້ອຍ ອອກໃສ່ເສັ້ນທາງເບຕົງບ້ານໜອງແຕ່ງ ຄວາມຍາວ 5 ກິໂລແມັດ ບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ ບັນຫາຢາເສບຕິດ-ຂີ້ລັກງັດແງະ ບັນຫາໄຟຟ້າບໍ່ພຽງພໍ ບັນຫານໍ້າປະປາຂາດ ບໍ່ພຽງພໍ ແລະ ບາງເຂດຍັງບໍ່ມີນໍ້າປະປາໃຊ້.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!