ຍທຂ ນວ ຫວນຄືນມູນເຊື້ອວັນສຳຄັນຂອງຊາດ

    ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ຈັດປາຖະກະຖາ ຫວນຄືນ ມູນເຊື້ອວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ (15/08/1991-15/08/2022) ແລະ ວັນຢຶດອຳນາດ 23 ສິງຫາ ຄົບຮອບ 47 ປີ (23/08/1975-23/08/2022) ໃນວັນທີ 23 ສິງຫາ 2022 ທີ່ພະແນກດັ່ງກ່າວ ເຜີຍແຜ່ໂດຍທ່ານ ຊົງເລົ່າ ຢົງນູ ຄະນະປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ມີ ທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກ ຍທຂ ນວ ພ້ອມດ້ວຍທ່ານຫົວໜ້າຂະແໜງ ກອງ ອຳນວຍການ ພະນັກງານພາຍໃນພະແນກ ຍທຂ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ຊົງເລົ່າ ຢົງນູ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ ຄວາມໝາຍຄວາມສຳຄັນ ວັນຢຶດອຳນາດ 23 ສິງຫາ ເຊິ່ງເປັນມູນເຊື້ອຜົນງານໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກາຍເປັນ ຂີດໝາຍສຳຄັນໃນການຕໍ່ສູ້ກູ້ຊາດ ເພື່ອຢຶດເອົາເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບ ຖ້ວນມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຢ່າງມີໄຊ ກ້າວສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມບູນ ແລະ ເພື່ອເປັນການຢືນຢັນຜົນງານອັນຍິ່ງໃຫຍ່ ຕະຫຼອດໄລຍະຜ່ານ ມາທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ກຳນົດລະບອບການເມືອງ  ເສດຖະກິດ-ສັງຄົມ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ການຕ່າງປະເທດ ກຳນົດສິດ ແລະ ພື້ນຖານ ຂອງພົນລະເມືອງ ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່ໃນປະຫວັດສາດຂອງຊາດເຮົາ ໃນການເພີ່ມທະ ວີຄຸ້ມລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມສັກສິດ ເຊີດຊູນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ ແລະ ປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກ ຍາກ ລັດຖະທຳມະນູນສະບັບທຳອິດຂອງ ສປປ ລາວ ໄດ້ຖືກພິຈາລະນາຮັບຮອງເອົາໃນກອງປະຊຸມໃຫຍ່ ຄັ້ງທີ 6 ຂອງສະພາແຫ່ງຊາດ ຊຸດທີ 2 (ປີ1991) ແລະ ປະກາດໃຊ້ເປັນທາງການ 15 ສິງຫາ 1991.

    ທັງນີ້ກໍເພື່ອເຮັດໃຫ້ພະນັກງານ ສະມາຊິກພັກ ທະຫານ ຕຳຫຼວດ ນັກຮຽນຮູ້ປັນຍາຊົນ ແລະ ປະຊາ ຊົນບັນດາເຜົ່າ ໄດ້ຮັບຮູ້ ເຂົ້າໃຈ ເຊື່ອມຊືມ ແລະ ກຳແໜ້ນຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ ຄວາມໝາຍ ຄວາມສຳຄັນ ຂອງ 2 ວັນດັ່ງກ່າວ ປະກອບສ່ວນປຸກລະດົມທົ່ວສັງຄົມເຂົ້າຮ່ວມໃນການແກ້ໄຂວາລະແຫ່ງ ຊາດ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ຄຽງຄູ່ກັບຍົກສູງສະຕິຕໍ່ກົນອຸບາຍມ້າງເພຂອງອິດທິກຳລັງປໍລະປັກ ຕີຖອຍບັນດາຂ່າວປິດເບືອນ ໃສ່ຮ້າຍປ້າຍສີຂອງສື່ສັງຄົມອອນລາຍ ຮັບປະກັນໃຫ້ ນວ ມີສະຖຽນລະ ພາບທາງດ້ານການເມືອງໜັກແໜ້ນ ສັງຄົມມິຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ສີວິໄລ.

error: Content is protected !!