ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນກ່ຽວກັບການປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

    ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບຄະນະກຳມະທິການສົ່ງເສີມເພື່ອຄວາມກ້າວໜ້າແມ່ຍິງ ແມ່ ແລະ ເດັກ ຈັດເຝິກອົບຮົມໃຫ້ບັນດານັກຂ່າວສື່ມວນຊົນໃນຫົວຂໍ້: ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນກ່ຽວກັບວຽກງານການປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ລະຫວ່າງວັນທີ 23 ຫາ 24 ສິງຫາ 2022 ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອປະຊາກອນ (UNFPA) ໂດຍການເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ຖວທ ທັງເປັນປະທານຄະນະກຳມາທິການສົ່ງເສີມເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງ ຖວທ ມີທ່ານ ນາງ ມາລ່ຽນ ເອຄານ ຜູ້ຕາງໜ້າຈາກອົງການ UNFPA ປະຈໍາລາວ ວິທະຍາກອນມາຈາກອົງການ UNFPA ພ້ອມສື່ມ່ວນຊົນເຂົ້າຮ່ວມ.

    ຊຸດເຝິກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບໃຫ້ບັນດານັກຂ່າວສື່ມວນຊົນເຂົ້າໃຈເຖິງຂໍ້ມູນຂ່າວສານກ່ຽວກັບວຽກງານການປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງເປັນສ່ວນໜຶ່ງໃນການເຜີຍແຜ່ ແລະ ປູກຈິດສຳນຶກທົ່ວປວງຊົນໃນສັງຄົມ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜົນຮ້າຍຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.

    ໂອກາດນີ້ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ຊີ້ໃຫ້ເຫັນວ່າ: ບັນຫາການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແມ່ນປາກົດການຫຍໍ້ທໍ້ໜຶ່ງທີ່ເກີດຂື້ນໃນສັງຄົມລາວ ກໍ່ຄືຫຼາຍປະເທດທົ່ວໂລກ ໂດຍສະເພາະ ໃນປັດຈຸບັນມີການເຜີຍແຜ່ຮູບພາບ ວິດີໂອຄວາມຮຸນແຮງຕ່າງໆຜ່ານສື່ສັງຄົມອອນລາຍ ເຊິ່ງເຫັນໄດ້ວ່າ ເປັນໄພອັນຮ້າຍແຮງໜຶ່ງທີ່ຈະສົ່ງຜົນເສຍຕໍ່ລະບົບສັງຄົມໃນໄລຍະຍາວ ກໍຄືອະນາຄົດຂອງແມ່ຍິງ ແລະ ເດັກນ້ອຍ ສະນັ້ນ ການເຝິກອົບຮົມໃນຄັ້ງນີ້ ຈີ່ງມີຄວາມສໍາຄັນໃນການຍົກລະດັບຄວາມຮູ້ດ້ານວຽກງານການປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃຫ້ສື່ມວນຊົນທີ່ເປັນກະບອກສຽງຂອງພັກ-ລັດ ແລະ ສັງຄົມ ໃນການສົ່ງຂໍ້ມູນຂ່າວສານ ເຜີຍແຜ່ນະໂຍບາຍ ແລະ ແຜນງານຕ່າງໆຂອງພັກ-ລັດໄດ້ເປັນຢ່າງດີ.

    ຊຸດອົບຮົມໃນຄັ້ງນີ້ ສື່ມວນຊົນໄດ້ຮຽນຮູ້ກ່ຽວກັບວິທີການຂຽນຂ່າວ ການນໍາໃຊ້ຄຳເວົ້າ ແລະ ວິທີການເລືອກຮູບພາບໃນການນຳສະເໜີບົດຂ່າວກ່ຽວກັບການປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະທິການ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງ ຖວທ ແລະ ຫົວຂໍ້ກ່ຽວກັບຈັນຍາບັນໃນການຂຽນຂ່າວ ກ່ຽວກັບການປ້ອງກັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

error: Content is protected !!