ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອພາຫະນະເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ

   ພິທີມອບ-ຮັບພາຫະນະ ແລະ ອຸປະກອນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການນອກໂຄງການ ຈັດຂຶ້ນວັນທີ 24 ສິງຫາ 2022 ທີ່ສາງເຄື່ອງອຸປະໂພກ-ບໍລິໂພກ (ດົງໝາກຄາຍ) ກ່າວມອບໂດຍທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ກ່າວຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ມີບັນດາທ່ານຜູ້ປະສານງານຄະນະກໍາມະການຄຸ້ມຄອງໄພພິບັດ ຫົວໜ້າພະແນກ ຮອງພະແນກ ຮສສ ແຂວງ ເຂົ້າຮ່ວມ.

    ໂດຍປະຕິບັດຕາມເອກະສານໂຄງການແລກປ່ຽນລະຫວ່າງລັດຖະບານ ສປປ ລາວ ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມອບໃຫ້ກະຊວງ ຮສສ ຕາງໜ້າລັດຖະບານ ໃນການລົງນາມຮັບເອົາການຊ່ວຍເຫຼືອ ເຊິ່ງເປັນໂຄງການຊ່ວຍເຫຼືອນອກໂຄງການ ເຊິ່ງກົມສັງຄົມສົງເຄາະ ໃນນາມຕາງໜ້າກະຊວງ ຮສສ ປະສານສົມທົບກັບ ແລະ ບໍລິສັດ ຄຣາວ (Crown Agents) ເຊິ່ງເປັນບໍລິສັດທີ່ລັດຖະບານຍີ່ປຸ່ນມອບໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບໂຕ້ໄພພິບັດ ພາຍໃຕ້ໂຄງການຊ່ວຍເຫຼືອນອກໂຄງການ (ເປັນໂຄງການຊ່ວຍເຫຼືອ) ມູນຄ່າທັງໝົດ 1 ຕື້ເຢນ ໃນນັ້ນ ມີລົດກະບະໂຟວິນ 20 ຄັນ ພ້ອມອາໄຫຼ່ 20 ຊຸດ ລົດໂຮງໝໍ ໂຟວິນ 11 ຄັນ ພ້ອມອາໄຫຼ່ 6 ຊຸດ ລົດບັນທຸກເຄື່ອງຊ່ວຍເຫຼືອ 18 ຄັນ ພ້ອມອາໄຫຼ່ລົດ 18 ຊຸດ ລົດໂຟກລິບ 2 ຄັນ ພ້ອມອາໄຫຼ່ 2 ຊຸດ ເຕັ່ນຊຸມຊົນ 30 ດາງ ພ້ອມອາໄຫຼ່ 30 ຊຸດ ຜ້າບັດ 200 ອັນ ເຕັ່ນຄອບຄົວ 300 ດາງ ພ້ອມອາໄຫຼ່ເຕັ່ນ 300 ຊຸດ ເຮືອກູ້ໄພ 100 ລໍາພ້ອມອາໄຫຼ່ 100 ຊຸດ ຈັກຕິດທ້າຍເຮືອ 100 ຊຸດ ລໍ້ລາກເຮືອ 52 ຄັນ ເຄື່ອງຕອງນໍ້າແບບຕິດລົດບັນທຸກ 3 ຄັນ ພ້ອມອາໄຫຼ່ສໍາຮອງ ເຄື່ອງຕອງນໍ້າຄົບຊຸດ 2 ຊຸດ ເຄື່ອງຕອງນໍ້າແບບຄົວເຮືອນ 300 ອັນ ພ້ອມ ໃສ້ຕອງນໍ້າສໍາຮອງ 600 ຊຸດ ລົດຈັກ 5 ຄັນ ບັນດາພາຫະນະ ແລະ ອຸປະກອນທີ່ກ່າວມານີ້ ມີບາງພາຫະນະ ແລະ ອຸປະກອນແມ່ນໄດ້ສໍາເລັດໃນການປະມູນຈັດຊື້ຈາກລັດຖະບານຍີ່ປຸ່ນ ແລະ ຍັງມີບາງພາຫະນະ ແລະ ອຸປະກອນຈຳນວນໜຶ່ງຍັງຢູ່ໃນຂະບວນການປະມູນຈັດຊື້ຂອງລັດຖະບານຍີ່ປຸ່ນ ແລະ ຈະໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດການຈັດຊື້ໃຫ້ສໍາເລັດໃນທ້າຍປີ.

    ໂອກາດນີ້ ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນຢີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຢີ່ປຸ່ນໃຫ້ນັບມື້ງອກງາມຂຶ້ນເລື້ອຍໆ ຈະພ້ອມກັນກັນປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດໃຫ້ເກີດປະໂຫຍດສູງສຸດ ຈາກນັ້ນ ລັດຖະມົນຕີໄດ້ມອບຕໍ່ໃຫ້ພະແນກ ຮສສ ທົ່ວປະເທດ ແລະ ຂະແໜງການກ່ຽວຂ້ອງອີກດ້ວຍ.

.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!