ອົງການກາແດງແຫ່ງຊາດລາວ ມອບເຄື່ອງຊ່ວຍເຫຼືອຢູ່ເມືອງປາກລາຍ

    ໃນລະຫວ່າງວັນທີ 20-22 ກໍລະກົດ 2022 ແລະ ໃນວັນທີ 15 ສິງຫາ 2022 ໄດ້ເກີດມີຝົນຕົກໜັກຕໍ່ເນື່ອງຫຼາຍຊົ່ວໂມງ ເຊິ່ງເກີດຈາກພາຍຸມູລານ ເຮັດໃຫ້ນໍ້າຫ້ວຍຫຼາຍສາຍ ໄຫຼນອງຖ້ວມເຮືອນຊານ ທີ່ດິນທໍາການຜະລິດ ໜອງປາ ພາຫານະຮັບໃຊ້ ແລະ ສັດລ້ຽງຂອງປະຊາຊົນຕາຍຈຳນວນຫຼາຍ ແລະ ສໍານັກງານຂອງລັດຢູ່ເຂດບຸ່ງມາ-ຕາກແດດ ເຂດບວມເລົ່ວ-ຜາແກ້ວ ເຂດເທດສະບານເມືອງ ແລະ ເຂດຫາດດ້າຍໂພນງາມ ມີທັງໝົດ 12 ບ້ານ ມີ 279 ຄອບຄົວ ມີຈໍານວນພົນ 1.372 ຄົນ ຍິງ 694 ຄົນ ລວມມູນຄ່າເສຍຫາຍປະມານ 3 ຕື້ກວ່າກີບ.

    ດັ່ງນັ້ນ ໃນວັນທີ 20 ສິງຫາ 2022 ທີ່ຜ່ານມາ ອົງການກາແດງແຫ່ງຊາດລາວ ຮ່ວມກັບອົງການກາ ແດງເມືອງ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການປົກຄອງເມືອງປາກລາຍ ແຂວງໄຊຍະບູລີ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວຜູ້ທີ່ຖືກຜົນກະທົບຈາກໄພພິບັດດັ່ງກ່າວ ປະກອບມີ: ເຂົ້າສານໜຽວ ໝີ່ສໍາເລັດຮູບ ປ໋ອງປາ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ເຊິ່ງລວມມູນຄ່າ 80 ລ້ານກວ່າກີບ.

    ໂອກາດນີ້ ທາງຄະນະທິມງານ ກໍໄດ້ນຳເອົາເຄື່ອງຊ່ວຍເຫຼືອທີ່ໄດ້ຮັບຈຳນວນດັ່ງກ່າວ ໄປແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ ພ້ອມນີ້ ກໍຕ້ອງໄດ້ພ້ອມກັນສືບຕໍ່ເຝົ້າລະວັງໄພພິບັດທີ່ອາດຈະເກີດຂື້ນ ທັງວາງແຜນການຮັບມື ເອົາໃຈໃສ່ຕິດຕາມຂ່າວສານແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານໃຫ້ເປັນປົກກະຕິ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!