ແຂ່ງຂັນບານເຕະມິດຕະພາບ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ

    ການແຂ່ງຂັນບານເຕະມິດຕະພາບ ຊີງຂັນປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ເພື່ອສະເຫຼີມສະຫຼອງວັນສໍາຄັນຂອງຊາດ ຈັດຂຶ້ນໃນວັນທີ 23 ສິງຫາ 2022 ຢູ່ສູນກີລາຄົບວົງຈອນກູດໄລ ບ້າສີໄຄ ເມືອງສີໂຄດຕະບອງ ໂດຍມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ພ້ອມດ້ວຍທ່ານຫົວໜ້າພະແນກ-ຮອງພະແນກ ເຈົ້າເມືອງ ພ້ອມດ້ວຍຄະນະນໍາເມືອງ ບັນດາຜູ້ຕາງໜ້າແນວລາວສ້າງຊາດ ນວ ອົງການຈັດຕັ້ງມະຫາຊົນ ນວ ຕະຫຼອດຮອດຄະນະນັກກີລາແຕ່ລະພາກສ່ວນເຂົ້າຮ່ວມ.

    ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ກ່າວວ່າ: ການຈັດກິດຈະກໍາຄັ້ງນີ້ ກໍເພື່ອສ້າງຂະບວນການຕ້ອນຮັບວັນສໍາຄັນຂອງພັກ ຂອງຊາດ ເວົ້າລວມ ເວົ້າສະເພາະ ແມ່ນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ແລະ ວັນຍຶດອໍານາດທົ່ວປະເທດ ຄົບຮອບ 47 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຍິ່ງຂຶ້ນໄປ ທັງເປັນການປຸກລະດົມການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຕ່ລະເມືອງ ແລະ ການນໍາຂອງບັນດາອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ  ແລະ ບັນດາພະແນກການຈໍານວນໜຶ່ງພາຍໃນ ນວ ໄດ້ພົບປະສັງສັນ ແລກປ່ຽນກິດຈະກໍາກີລາບານເຕະມິດຕະພາບ ເພື່ອສ້າງກໍາລັງກາຍໃຫ້ມີສຸຂະພາບແຂງແຮງ ພ້ອມກັນນີ້ ຍັງເປັນການເຕົ້າໂຮມ ຮັດແໜ້ນຄວາມສາມັກຄີ ພົບປະສ້າງສັນຂອງບັນດາທ່ານການນໍາຂອງເມືອງໃນແຕ່ລະເມືອງ ແລະ ບັນດາອົງການແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ແລະ ພະແນກການອ້ອມຂ້າງ ນວ ໃຫ້ຍິ່ງຂຶ້ນກວ່າເກົ່າ.

    ທ່ານ ຖະໜອມ ທໍາທອງ ກ່າວວ່າ: ການຈັດງານແຂ່ງຂັນກີລາບານເຕະມິດຕະພາບຄັ້ງນີ້ ນອກຈາກຈະເປັນການສ້າງຂະບວນການຄໍານັບຊົມເຊີຍວັນສໍາຄັນຕ່າງໆຂອງຊາດ ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ຄື:ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ທັງເປັນການສ້າງຄວາມສາມັກຄີ ມິດຕະພາບ ເພື່ອສຸຂະພາບ ຕິດພັນກັບຂະບວນການຄັ້ງນີ້ ແນວລາວສ້າງຊາດພວກເຮົາ ຮ່ວມກັບອົງການຈັດຕັ້ງມະຫາຊົນ ນວ ຍັງໄດ້ຈັດງານແຂ່ງຂັນກີລາພື້ນເມືອງລາວ ໃນວັນທີ 19 ສິງ ຫາຜ່ານມາ ປະກອບມີ:ກີລາ ໝາກແລ້ ກີລາແລ່ນໄຖ່ ກີລາດືງເຊືອກ ກີລາເສັ້ນສາກໂຊ ແລະ ກີລາເປຕັງ ເຮັດໃຫ້ຂະບວນການດັ່ງກ່າວມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຍິ່ງຂຶ້ນໄປ.

    ສໍາລັບການແຂ່ງຂັນຄັ້ງນີ້ ມີທີມນັກກີລາເຂາຮ່ວມທັງໝົດ 12 ທີມ ຄື:ທີມເມືອງສີໂຄດຕະບອງ (ເຈົ້າພາບ) ສີສັດຕະນາກ ຈັນທະບູລີ ໄຊເສດຖາ ສັງທອງ ປາກງື່ມ ໄຊທານີ ນາຊາຍທອງ ຫາດຊາຍຟອງ ທີມແນວລາວສ້າງຊາດ+ອົງການຈັດຕັ້ງມະຫາຊົນ ນວ ທີມພະແນກການເງິນ ນວ ແລະ ທີມພະແນກໂຍທາທິການ ແລະ ຂົນສົ່ງ ນວ.

..

 # ຂ່າວ – ພາບ :  ສີພອນ

error: Content is protected !!