ເມືອງຫົງສາ ບັນລຸ 17 ຕົວຊີ້ບອກຂອງແຜນພັດທະນາການສຶກສາ

    ລະຫວ່າງວັນທີ 18-19 ສິງຫາ 2022 ຫ້ອງການສຶກສາທິການ ແລະ ກີລາເມືອງຫົງສາ ແຂວງໄຊຍະບູລີ ໄຂກອງປະຊຸມຄູພັກສິ້ນປີຮຽນ ສົກປີ 2021-2022 ຢູ່ທີ່ສະໂມສອນໂຮງຮຽນມັດທະຍົມສຶກສາສົມບູນຫົງສາ ເປັນປະທານຂອງທ່ານ ທອງສຸກ ປ້ອງຄຳ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ໂດຍມີທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແຂກຖືກເຊີນຈາກກົມກອງ-ຫ້ອງການອ້ອມຂ້າງເມືອງ ຜູ້ອໍານວຍການໂຮງຮຽນທັງພາກລັດ​ ແລະ ເອກະຊົນ ພະນັກງານຄູ-ອາຈານທົ່ວເມືອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ທອງສຸກ ປ້ອງຄໍາ ໄດ້ຂຶ້ນກ່າວໄຂກອງປະຊຸມ ພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການສຶກສາປະຈໍາສົກຮຽນ 2021-2022 ແລະ ທິດທາງແຜນການປະຈໍາສົກຮຽນ 2022 –2023 ທົ່ວເມືອງ ມີພະນັກງານສຶກສາທັງໝົດ 439 ຄົນ ຍິງ 232 ຄົນ (ລັດຖະກອນ 385 ຄົນ ຍິງ 193 ຄົນ) ໃນນີ້ ລັດຖະກອນຄູ 346 ຄົນ ຍິງ 176 ຄົນ ບໍລິຫານ 39 ຄົນ ຍິງ 17 ຄົນ ອາສາສະໝັກ 54 ຄົນ ຍິງ 3 ຄົນ ມີໂຮງຮຽນລ້ຽງເດັກ 15 ແຫ່ງ ເອກະຊົນ 5 ແຫ່ງ ມີ​ເດັກ​ທັງ​ໝົດ 221 ຄົນ ຍິງ 104 ຄົນ ມີ​ຄູ​ສອນທັງໝົດ 22 ຄົນ (ຄູເອກະຊົນ 9 ຄົນ) ມີໂຮງຮຽນອະນຸບານ 23 ແຫ່ງ ເອກະຊົນ 5 ແຫ່ງ ມີ​ນັກຮຽນທັງໝົດ 1.384 ຄົນ ຍິງ 647 ຄົນ ຄູສອນທັງໝົດ 59 ຄົນ ຫ້ອງກຽມປະຖົມ 9 ແຫ່ງ ມີ​ນັກຮຽນທັງໝົດ 75 ຄົນ ຍິງ 34 ຄົນ ມີຄູສອນ 9 ຄົນ ມີໂຮງຮຽນປະຖົມ 31 ແຫ່ງ ມີ 126 ຫ້ອງ ມີຫ້ອງ​ຄວບ 33 ຫ້ອງ ຫ້ອງ​ດ່ຽວ 93 ຫ້ອງ (ເອກະຊົນ 2 ແຫ່ງ) ມີ​ນັກຮຽນ​ທັງ​ໝົດ 2.984 ຄົນ ຍິງ 1.433 ຄົນ ມີຄູ​ສອນ 144 ຄົນ ຍິງ 66 ຄົນ ມີໂຮງຮຽນມັດທະຍົມສຶກສາຕອນຕົ້ນ 4 ແຫ່ງ 65 ຫ້ອງ ມີນັກຮຽນ 1.698 ຄົນ ຍິງ 833 ຄົນ ມີຄູສອນທັງໝົດ 119 ຄົນ ຍິງ 50 ຄົນ ແລະ ມີໂຮງຮຽນມັດທະຍົມສຶກສາສົມບູນ 6 ແຫ່ງ 32 ຫ້​ອງ ນັກຮຽນທັງໝົດ 790 ຄົນ ຍິງ 391 ຄົນ ມີຄູສອນທັງ​ໜົດ 66 ຄົນ ຍິງ 30 ຄົນ.

    ການຈັັດຕັ້ງປະຕິບັດ 15 ຄາດໝາຍ 19 ຕົວຊີ້ບອກ ບັນລຸແລ້ວ 17 ຕົວຊີ້ບອກ ເທົ່າກັບ 89,47% ບໍ່ບັນລຸ 2 ຕົວຊີ້ບອກ ເທົ່າກັບ 10,52% ຄື: ອັດຕາເຂົ້າຮຽນໃໝ່ລວມ ປ 1 ເທົ່າກັບ 100% ທຽບໃສ່ມະຕິສະພາປະຊາຊົນແຂວງຫຼຸດ 1%  ແລະ ອັດຕາເລື່ອນຊັ້ນ ປ 5 ຂຶ້ນ ມ 1 (ທຽບໃສ່ນັກຮຽນຕົ້ນປີຂອງ ປ 5) ເທົ່າກັບ 87.84% ທຽບໃສ່ມະຕິສະພາປະຊາຊົນແຂວງ ຫຼຸດ 3.16%.

    ໃນໂອກາດ ທ່ານ ຄໍາຫຼ້າ ຜິວວັນນາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມກ່າວເນັ້ນໃຫ້ຄະນະພັກ ຄະນະຫ້ອງການສຶກສາ ແລະ ຜູ້ບໍລິຫານການສຶກສາທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ ພະນັກງານ-ລັດຖະກອນຄູອາຈານໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິງເຖິງຖອງ ແລະ ເປັນປົກກະຕິຕໍ່ເນື່ອງ ເອົາໃຈໃສ່ພົວພັນກັບອົງການປົກຄອງບ້ານ ແລະ ຄະນະພັດທະນາການສຶກສາຂັ້ນບ້ານໃຫ້ມີສ່ວນຮ່ວມຫຼາຍຂຶ້ນ ຄູ-ອາຈານກໍຕ້ອງຊອກຮູ້ຮໍ່າຮຽນ ຄົ້ນຄວ້າຫາຄວາມຮູ້ ແລະ ນຳເອົາວິທີການສິດສອນແບບໃໝ່ທີ່ມີລັກສະນະວິທະຍາສາດ ທັນສະໄໝ ເຂົ້າໃນການສົ່ງຄວາມຮູ້ໃຫ້ແກ່ນ້ອງນັກຮຽນ ສຳຄັນແມ່ນໃຫ້ປະຕິບັດຕາມຈັນຍາບັນຂອງຄູຢ່າງເຂັ້ມງວດ.

error: Content is protected !!