ນັກສຶກສາລາວ 4 ຄົນ ໄດ້ຮັບທຶນ Erasmus Mundus ໄປຮຽນຢູ່ເອີຣົົບ

    ວັນທີ 19 ສິງຫາ 2022 ຫ້ອງການຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງເພື່ອສະຫຼອງຄວາມສໍາເລັດຂອງນັກສຶກສາລາວຈຳນວນ 4 ຄົນ ທີ່ໄດ້ຮັບທຶນການສຶກສາລະດັບປະລິນຍາໂທ ຫຼັກສູດຮ່ວມໄລຍະ 2 ປີ ຈາກສະຫະພາບເອີຣົບ ຫຼື Erasmus Mundus Joint Master Degree (EMJMD) ໂດຍມີ ທ່ານ ຮສ ປອ ນາງ ສີລິນທອນ ສັກລໍຄຳ ຫົົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ທ່ານ ເວັງຊອງ ເວຍ ຫົວໜ້າຝ່າຍການຮ່ວມມື ຫ້ອງການຜູ້ຕາງໜ້າສະຫະພາບເອີຣົບປະຈຳ ສປປ ລາວ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ນັກສຶກສາທັງ 4 ຄົນທີ່ໄດ້ຮັບທຶນການສຶກສາປະກອບມີ ນາງ ອະນຸລັກ ຈັນທະຄາດ ນາງ ສຸກສະຫວັດ ສັ້ນພາສຸກ ທ້າວ ຄຳໄມລີ ວາເຊົາລີ ແລະ ທ້າວ ສິດທິພອນ ສີທຸມພະລັດ ນັບແຕ່ເດືອນກັນຍາ 2022 ເປັນຕົ້ນໄປ ນັກສຶກສາເຫຼົ່ານີ້ຈະເລີ່ມຮ່ຳຮຽນຫຼັກສູດລະດັບປະລິນຍາໂທໃນສາຂາຕ່າງໆທີ່ພວກເຂົາເລືອກ ຄື: ສາຂາສັງຄົມສົງເຄາະ ສາຂານະໂຍບາຍເພື່ອການພັດທະນາລະຫວ່າງປະເທດ ສາຂາບູຮານຄະດີຍຸກກ່ອນປະຫວັດສາດ-ຍຸກຫີນ ແລະ ສາຂາການຄຸ້ມຄອງຊັບພະຍາກອນທຳມະຊາດ ດ້ວຍນະວັດຕະກຳ ແລະ ຍືນຍົງ ໃນໄລຍະເວລາ 2 ປີ ພວກເຂົາເຈົ້າຈະເຂົ້າຮຽນທີ່ມະຫາວິທະຍາໄລຫຼາຍແຫ່ງໃນເອີຣົບ ໂດຍສະເພາະແມ່ນຢູ່ປະເທດ ເດນມາກ ໂປໂລຍ ຝຣັ່ງ ປັອກຕຸຍການ ສາທາລະນະລັດເຊັກ ອິຕາລີ ແອັດສະປາຍ ແບນຊິກ ເຢຍລະມັນ ຊູແອັດ ແລະ ສະຫະລາຊະອານາຈັກ ອັງກິດ.

    ທ່ານ ເວັງຊອງ ເວຍ ກ່າວວ່າ: ທຶນການສຶກສານີ້ ແມ່ນໂອກາດທີ່ດີເລີດ ເພື່ອການສຶກສາຮໍ່າຮຽນຕໍ່ຢູ່ຫຼາຍໆປະເທດ ໃນເອີຣົບ ປະສົບການທີ່ເປັນເອກະລັກອັນມີຄຸນຄ່ານີ້ ຈະຊ່ວຍໃຫ້ນັກສຶກສາໄດ້ຊຶມຊັບກັບວັດທະນະທຳຫຼາຍຢ່າງ ສື່ສານດ້ວຍພາສາທີ່ແຕກຕ່າງກັນໄປ ໄດ້ຮັບການສຶກສາທີ່ມີຄຸນນະພາບສູງ ແລະ ສ້າງເຄືອຂ່າຍລະດັບສາກົນທີ່ລໍ້າຄ່າ

    ທ່ານ ຮສ ປອ ນາງ ສີລິນທອນ ສັກລໍຄຳ ກ່າວວ່າ: ສະຫະພາບເອີຣົບ ເປັນຄູ່ຮ່ວມງານຫຼັກທີ່ສຳຄັນ ແລະ ຍາວນານ ຂອງ ສປປ ລາວ ໃນການພັດທະນາດ້ານການສຶກສາ ແລະ ອີກຫຼາຍໆດ້ານ  ທຶນ Erasmus Mundus ກໍ່ເປັນການສະໜັບສະໜູນທີ່ພົ້ນເດັ່ນອັນໜຶ່ງ ໄດ້ເລີ້ມຂື້ນຢູ່ ສປປ ລາວ ແຕ່ປີ 1987 ແລະ ນັກສຶກສາທີ່ໄດ້ຮຽນຈົບກັບມາ ກໍໄດ້ກາຍເປັນບຸຄະລາກອນທີ່ມີຄຸນນະພາບສູງ ແລະ ສາມາດເປັນຕົວຄັບເຄືີ່ອນທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

    Erasmus+ ແມ່ນໂຄງການຮ່ວມມື ແລະ ແລກປ່ຽນບຸຄະລາກອນໃນຂະແໜງການສຶກສາຊັ້ນສູງທີ່ສຳຄັນຂອງສະຫະພາບເອີຣົບ ໂດຍໃຫ້ໂອກາດແກ່ນັກສຶກສາລາວ ໄດ້ໄປສຶກສາຮໍ່າຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຕ່າງໆພາຍໃນເອີຣົບ ເພື່ອຊ່ວຍຍົກລະດັບການສຶກສາ ແລະ ການປະກອບອາຊີບຂອງພວກເຂົາ. ສຳລັບທຶນການສຶກສາລະດັບປະລິນຍາໂທ ຫຼັກສູດຮ່ວມໄລຍະ 2 ປີ ເປີດຮັບສະໝັກເປັນປະຈຳທຸກໆປີ ເລີ່ມແຕ່ເດືອນຕຸລາ ຫາທ້າຍເດືອນມັງກອນຂອງປີຕໍ່ໄປ ສ່ວນລາຍລະອຽດເພີ່ມຕື່ມກ່ຽວກັບທຶນດັ່ງກ່າວ ແມ່ນສາມາດເຂົ້າໄປອ່ານໄດ້ທີ່: https://www.eacea.ec.europa.eu/scholarships/erasmus-mundus-catalogue_en.

error: Content is protected !!