ນວ ປຶກສາຫາລືຫຼາຍບັນຫາສຳຄັນ ຕິດພັນກັບແຜນຈຸດສຸມໃນ 6 ເດືອນທ້າຍປີ

    ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 15 ຈັດຂຶ້ນວັນທີ 23 ສິງຫາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີຮອງເຈົ້າຄອງ ຫົວໜ້າຫ້ອງວ່າການ ບັນດາຫົວໜ້າ ຮອງຫົວໜ້າພະແນກ ເຈົ້າເມືອງ ຮອງເຈົ້າເມືອງເຂົ້າຮ່ວມ.

   ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອເປັນການປຶກສາຫາລື ຄົ້ນຄ້ວາບັນຫາທີ່ເກີດຂຶ້ນ ທີ່ຕິດພັນກັບແຜນຈຸດສຸມໃນ 6 ເດືອນທ້າຍປີ ສະນັ້ນ ກອງປະຊຸມຄັ້ງນີ້ຈະໄດ້ປຶກສາຫາລືຫຼາຍບັນຫາສຳຄັນຄື ສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ແຜນຈຸດສຸມປະຈຳເດືອນກັນຍາ ແຜນລວງຄອງລະບາຍນໍ້າໃນ ນວ ຄຳສັ່ງວ່າດ້ວຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2023 ຂໍ້ຕົກລົງວ່າດ້ວຍຄວາມຮັບຜິດຊອບໃຫ້ບັນດາພະແນກ ອົງການທຽບເທົ່າ ຈັດຕັ້ງປະຕິບັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ 2 ຜົນກອງປະຊຸມປຶກສາຫາລືກັບແຂວງໜອງຄາຍ ປະເທດໄທ ເຊີນເຂົ້າຮ່ວມກິດຈະກຳອອກພັນສາ ແລະ ສົ່ງເສີມການທ່ອງທ່ຽວສອງຝັ່ງຂອງລາວ-ໄທ ການຈັດຕັ້ງປະຕິບັດວາລະແຫ່ງຊາດຢູ່ ນວ ໄລຍະ 1 ເດືອນຜ່ານມາ ຕໍ່ຫ້ອງການສຳນັກງານນາຍົກລັດຖະມົນຕີ ການກະກຽມແຂ່ງກີລາປະຈຳປີທົ່ວ ນວ ຄັ້ງທີ 2 ເມືອງສີໂຄດຕະບອງ ລະຫວ່າງວັນທີ 12-18 ຕຸລາ 2022 ການແຂ່ງຂັນຊ່ວງເຮືອ ແລະ ງານຕະຫຼາດນັດວາງສະແດງສິນຄ້າປະຈຳປີ 2022 ທີ່ສວນນໍ້າອິນແປງ ເມືອງຫາດຊາຍຟອງ ວັນທີ 24-25 ກັນຍາ 2022 ການລົງສຳຫຼວດເກັບກຳຂໍ້ມູນ ກຳນົດພື້ນທີ່ມໍລະດົກສວນວັດທະນະທຳຊຽງຄວນ ແລະ ຮ່າງບົດສະເໜີນຳເອົາເປັນມໍລະດົກແຫ່ງຊາດປະຈຳທ້ອງຖິ່ນ ການກວດກາ ແລະ ປະເມີນການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການສຳປະທານໂຄງການພັດທະນາຕະຫຼາດເຊົ້າເປັນສູນການຄ້າທັນສະໄໝ ແລະ ວຽກງານການກຳນົດຫົວໜ່ວຍລາຄາການຊົດເຊີຍຜູ້ໄດ້ຮັບຜົນກະທົບຈາກໂຄງການພັດທະນາແຄມຂອງໄລຍະ 2 ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍໄດ້ປະກອບຄິດເຫັນໃສ່ບັນດາຫົວຂໍ້ດັ່ງກາວອີກດ້ວຍ..

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!