
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດຂຶ້ນວັນທີ 13 ມີນາ 2020 ຢູ່ກະຊວງດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ບິດ ບົວລີວັນ ຄະນະບໍລິຫານງານພັກ ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ ມີສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ຜທ ພ້ອມດ້ວຍຄະນະບໍລິຫານງານພັກ ຮອງລັດຖະມົນຕີ ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ບິດ ບົວລີວັນ ກ່າວວ່າ: 5 ປີຜ່ານມາ ໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ພະນັກງານ ດ້ວຍການເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ ເຮັດໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ເປັນເຈົ້າການຊຸກຍູ້ບັນດາໜ່ວຍພັກໃຫ້ຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດຊີ້ນຳໃນການກໍ່ສ້າງ ປັບປຸງພັກ ຊຸກຍູ້ການເຄື່ອນໄຫວບັນດາໜ່ວຍພັກໃຫ້ຮັກສາໄດ້ລັກສະນະນຳພາ ສຶກສາອົບຮົມການ-ເມືອງແນວຄິດ ເຮັດໃຫ້ໜ່ວຍພັກມີຄວາມເຂັ້ມແຂງ ສາມາດເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າໄດ້ 130 ສະຫາຍ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 90 ສະຫາຍ ເລື່ອນສະມາຊິກພັກສຳຮອງເຂົ້າເປັນສົມບູນ 89 ສະຫາຍ ຂະຫຍາຍສະມາຊິກພັກ 6 ສະຫາຍ ອອກບັດ ແລະ ມອບບັດສະມາຊິກພັກສົມບູນໃຫ້ຜູ້ທີ່ຄົບມາດຖານເງື່ອນໄຂ 214 ສະຫາຍ ຄົ້ນຄວ້າການຍ້ອງຍໍຜົນງານດີເດັນຂັ້ນຕ່າງໆໃຫ້ກົມກອງ ບຸກຄົນ ໃນນີ້ຫຼຽນໄຊແຮງງານຊັ້ນ II ມີ 9 ກົມກອງ ບຸກຄົນ 60 ສະຫາຍ ຊັ້ນ III 5 ກົມກອງ ບຸກຄົນ 64 ສະຫາຍ ຫຼຽນໄຊມິດຕະພາບ 5 ສະຫາຍ ຫຼຽນກາແຮງງານ 1 ກົມກອງ ບຸກຄົນ 93 ສະຫາຍ ຫຼຽນກາມິດຕະພາບ 12 ສະຫາຍ ຍ້ອງຍໍຂັ້ນລັດຖະບານ 329 ສະຫາຍ ນອກນີ້ວຽກງານອື່ນໆ ກໍໄດ້ຮັບການປັບ ປຸງດີຂຶ້ນເປັນກ້າວໆ.
ໂອກາດນີ້ຍັງໄດ້ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຊຸດໃໝ່ ໂດຍມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ໃນນີ້ໄດ້ເລືອກເອົາສະຫາຍ ບິດ ບົວລີວັນ ເປັນເລຂາ ສະຫາຍ ບົວຄຳ ວິລະວົງ ເປັນຮອງ ສະຫາຍ ເຕັງເມັງ ຢາລືໄຊ ເປັນປະທານກວດກາ ນອກນີ້ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍລັດຖະມົນຕີອີກດ້ວຍ.