ສະພາທຸລະກິດໄທ-ລາວ ຮ່ວມກັບສະພາການຄ້າອຸດສາຫະກໍາແຫ່ງຊາດລາວ ຈັດກິດຈະກໍາຢ້ຽມຢາມທຸລະກິດລາວ 2022

    ທ່ານ ດຣ​ ຈະຕຸລົງ ບຸນນາກ ປະທານສະພາທຸລະກິດໄທ-ລາວ ທ່ານ ທໍານອງ ພົນທອງມາກ ນາຍົກສະມາຄົມທຸລະກິດໄທໃນ ສປປ ລາວ ຮ່ວມກັບທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະລາວ-ໄທ ໄດ້ຮ່ວມຈັດກິດຈະກໍາ Business Visit Laos 2022 ໃນຊ່ວງວັນທີ 11-14 ສິງຫາ 2022 ໂດຍມີພາກທຸລະກິດໄທເຂົ້າຮ່ວມໂຄງການທັງໝົດ 30 ພາກສ່ວນຈາກ 5 ກຸ່ມ​ທຸລະກິດ.

    ກິດຈະກໍາໄດ້ເລີ່ມຂຶ້ນຈາກການເຂົ້າຢ້ຽມຢາມທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ເຊິ່ງໄດ້ລາຍງານໃຫ້ຮັບຊາບເຖິງກິດຈະກໍາ Business Visit Laos 2022 ແລະ ແຜນງານທີ່ຈະດໍາເນີນການຕໍ່ໄປ ຈາກນັ້ນ ຄະນະໄດ້ເດີນທາງໄປສັກກາລະບູຊາພະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານ ອພສ ແຫ່ງ ສປປ ລາວ ທີ່ວັດສີສະເກດ ນະຄອນຫຼວງວຽງຈັນ ແລ້ວເດີນທາງໄປຮັບຟັງການສະຫຼຸບສະພາບເສດຖະກິດການຄ້າ ແລະ ການລົງທຶນຈາກອັກຄະລາຊະທູດທີ່ປຶກສາຝ່າຍການຄ້າທີ່ນະຄອນຫຼວງວຽງຈັນ ແລະ ຮັບຟັງຄໍາບັນຍາຍແຜນການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ຈາກທ່ານ ວັນແສງ ວັນນະວົງ ຜູ້ອໍານວຍການໃຫຍ່ບໍລິສັດ ຜະລິດ-ໄຟຟ້າລາວ (EDL-Gen).

    ໃນຕອນຄໍ່າ ກໍໄດ້ມີກິດຈະກໍາ Business Matching ໂດຍທ່ານ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດລາວ ມາປາຖະກະຖາພິເສດໃຫ້ກັບຄະນະນັກທຸລະກິດລາວ ແລະ ໄທທີ່ເຂົ້າຮ່ວມກິດຈະກໍາການພົບປະກັນໃນຄັ້ງນີ້ ມີນັກທຸລະກິດຈາກລາວ 5 ກຸ່ມທຸລະກິດຈໍານວນ 15 ພາກສ່ວນ ນໍາໂດຍປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ໄດ້ມີການໂອ້ລົມປຶກສາຫາລືການຮ່ວມທຸລະກິດເຊິ່ງກັນ ແລະ ກັນ

    ຈາກນັ້ນ ໃນວັນທີ 13 ສິງຫາ 2022 ຄະນະໄດ້ເດີນທາງໄປແຂວງຫຼວງພະບາງດ້ວຍລົດໄຟລາວ-ຈີນ ແລະ ໄດ້ຮັບຟັງການບັນຍາຍຈາກຜູ້ແທນເຂດເສດຖະກິດຫຼວງພະບາງ ຕອນຄໍ່າວັນດຽວກັນ ຄະນະໄດ້ພົບປະກັບນັກທຸລະກິດຈາກຫຼວງພະບາງ ອຸດົມໄຊ ແລະ ໄຊຍະບູລີ ຈາກ 5 ກຸ່ມທຸລະກິດຈໍານວນ 15 ພາກສ່ວນ ນໍາໂດຍທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງພະບາງ ເປັນຜູ້ນໍາຄະນະທຸລະກິດຝ່າຍລາວ ແລະ ໄດ້ມີການຫາລືເລື່ອງທຸລະກິດຮ່ວມກັນ ຈົນຮອດວັນທີ 14 ສິງຫາ 2022 ຄະນະກໍໄດ້ເດີນທາງກັບປະເທດ.

    ກິດຈະກໍາຄັ້ງນີ້ ສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວ ໄດ້ມີພິທີລົງນາມຮ່ວມກັບສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ແລະ ມະຫາວິທະຍາ ໄລແມ່ໂຈ້ ເພື່ອສະໜັບສະໜູນນະວັດຕະກໍາການກະສິກໍາ ແລະ ຈະໄດ້ລົງນາມ MOU ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງພະບາງ ກ່ຽວກັບການຮ່ວມມືກັນໃນຄັ້ງຕໍ່ໄປອີກດ້ວຍ.

error: Content is protected !!