ໂຄງການໂຮງຮຽນປອດໄພ ໃນ ສປປ ລາວ

    ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ຈັດກອງປະຊຸມປຶກສາຫາລືວຽກງານການຈັດ ຕັ້ງປະຕິບັດ ແລະ ການເຄື່ອນໄຫວອາສາສະໝັກ ວັນທີ 16 ສິງຫາ 2022 ທີ່ສູນ ICT ພະແນກສຶກສາທິການ ແລະ ກີລາແຂວງຫຼວງພະບາງ ເປັນຂອງທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຫຼວງພະບາງ ທ່ານ ສົມໝາຍ ຂຸນດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ມີທ່ານຜູ້ຕາງໜ້າຈາກກົມເຍົາວະຊົນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານຕາງໜ້າຈາກຫ້ອງການກະຊວງສຶກສາທິການ ແລະ ກີລາ ທ່ານຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງເປົ້າໝາຍ ແຂກຖືກເຊີນ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ຜູ້ແທນຈະໄດ້ຮັບຟັງການນຳສະເໜີພາບລວມໂດຍຫຍໍ້ຂອງໂຄງການ ແລະ ລາຍລະອຽດຂອງການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮ່ວມກັບຄະນະເລຂາຊາວໜຸ່ມປະຊາຊົນປະຕິ ວັດລາວ ຂັ້ນແຂວງຫຼວງພະບາງ ໂດຍສະເພາະ ຂັ້ນເມືອງຂອງສາມເມືອງເປົ້າໝາຍ ການສະເໜີຂອງຄະນະເລຂາຊາວໜຸ່ມປະຊາຊົນປະຕິວັດລາວແຂວງຫຼວງພະບາງ ກ່ຽວກັບວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວກິດຈະກຳຂອງອະນຸຊົນ ແລະ ເຍົາວະຊົນ ການນຳສະເໜີຂອງສູນການສຶກສາ ແລະ ພັດທະນາເດັກເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ການນໍາສະເໜີວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດໃນໂຮງຮຽນຂອງໂຄງການໃນໄລຍະຜ່ານມາ ພ້ອມທັງການສະເໜີບາງເຄື່ອງມື ແລະ ປື້ມຄູ່ມືຂອງການຈັດຕັ້ງປະຕິບັດກິດຈະກຳອາສາສະໝັກໂຮງຮຽນທີ່ປອດໄພ ຈາກນັ້ນ ຜູ້ແທນກອງປະຊຸມຈະໄດ້ຮ່ວມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກັບບັນຫາ ແລະ ຄຳຖາມເຈາະຈີ້ມ.

    ໂອກາດນີ້ ທ່ານ ປອ ນາງ ບົວລອຍ ອິດທິພອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມບັນດາເນື້ອໃນເອກະສານ ແລະ ຄວາມພ້ອມຮອບດ້ານ ສາມາດເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ເປີດຂື້ນຕາມວັນເວລາທີ່ໄດ້ກຳນົດໄວ້ ຂະນະດຽວກັນ ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກພາກສ່ວນ ຈົ່ງໄດ້ພ້ອມກັນປຶກສາຫາລື ຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ ເພື່ອຮ່ວມກັນເຮັດໃຫ້ກອງປະຊຸມໄດ້ດຳເນີນໄປດ້ວຍເນື້ອໃນທີ່ມີຄຸນນະພາບ ແລະ ປະສົບຜົນສໍາເລັດຕາມຄາດໝາດທີ່ວາງໄວ້.

error: Content is protected !!