​ ຮັບຮອງ 6 ບ້ານເປັນບ້ານສາທາລະນະສຸກແບບຢ່າງ ແລະ 8 ບ້ານຊຸມຊົນ ເປັນເຈົ້າການດ້ານສຸຂະອະນາໄມ

    ພິທີປະກາດຮັບຮອງ 6 ບ້ານ ປະກອບມີ: ບ້ານດອນແດງ ໂນນແສນພັນ ວັງຕາແຫຼວ ດອນຂັ່ງ ໜອງຂີ້ຕົມ ແລະ ບ້ານໜອງອ່ຽນ ເປັນບ້ານສາທາລະນະສຸກແບບຢ່າງລໍາດັບທີ 61-66 ຂອງເມືອງລະຄອນເພັງ ແຂວງສາລະຫວັນ ແລະ ປະກາດຮັບຮອງ 8 ບ້ານ ປະກອບມີ: ບ້ານນາພະບາງນ້ອຍ ນາທຶນໃຕ້ ດອນແດງ ໂນນແສນພັນ ວັງຕາແຫຼວ ດອນຂັ່ງ ໜອງຂີ້ຕົມ ແລະ ບ້ານໜອງອ່ຽນ ເປັນບ້ານຊຸມຊົນເປັນເຈົ້າການດ້ານສຸຂະອານາໄມລໍາດັບທີ 59-66 ຂອງເມືອງລະຄອນເພັງ ຈັດຂຶ້ນວັນທີ 17 ສິງຫາ 2022 ທີ່ວັດບ້ານນາພະບາງນ້ອຍ ເປັນປະທານຮ່ວມຂອງທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ທ່ານ ດຣ ຄໍາຄ້າຍ ຄໍາສິງສະຫວັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍທ່ານຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ນອກຈາກໄດ້ຮັບຟັງບົດສະຫຼຸບການເກັບກໍາຂໍ້ມູນສາທາລະນະສຸກຂອງບ້ານ ການຊຸກຍູ້ປຸກລະດົມ ບາດກ້າວ ຂັ້ນຕ້ອນ ແລະ ການກະກຽມປະກາດຂອງຫ້ອງການສາທາລະນະສຸກເມືອງ ຮັບຟັງບົດສະຫຼຸບຂອງບ້ານ ຮັບຟັງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບ້ານສາທາລະນະສຸກແບບຢ່າງ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບ້ານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ມອບໃບຢັ້ງຢືນແລ້ວ ທ່ານເຈົ້າເມືອງລະຄອນເພັງ ແລະ ທ່ານຮອງຫົວໜ້າແນກສາທາລະນະສຸກແຂວງສາລະວັນ ຍັງໄດ້ໃຫ້ກຽດຕັດແຖບຜ້າເບີດປ້າຍ ລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນ ແລະ ຍ່າງສໍາຫຼວດເບິ່ງຄວາມສະອາດຂອງບ້ານຕື່ມອີກ.

# ບຸນມີ

error: Content is protected !!