3 ພາກສ່ວນໃຫ້ການສະໜັບສະໜູນໝູລາຄາຖືກ

    ໂດຍໄດ້ຮັບການສະໜັບສະໜູນຈາກ:ໂຮງງານຂ້າສັດດອນດູ່ ທັນສະໄໝ ບໍລິສັດຊີພີລາວ ແລະ ບໍລິສັດເບທາໂກ ດັ່ງນັ້ນ ບໍລິສັດ ລັດວິສາຫະກິດສະບຽງອາຫານລາວ ໄດ້ຈໍາໜ່າຍຊີ້ນໝູຕອບສະໝອງໃຫ້ກັບຜູ້ບໍລິໂພກທີ່ມີລາຍຮັບຕໍ່່າໃນລາຄາ 55.000 ກີບຕໍ່ກິໂລກຣາມ ເຊິ່ງຈໍາໜ່າຍຢູ່ສອງຈຸດຄື: ຕະຫຼາດກະສິກໍາອິນຊີໜອງໄຮ ເມືອງຫາດຊາຍຟອງ ແລະ ບໍລິສັດ ລັດວິສະຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ບ້ານສີຫອມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 9:00 ໂມງ ຫາ 17:00 ໂມງຂອງວັນຈັນຫາວັນສຸກ.

    ທ່ານ ຄໍາຫຼ້າ ແສງດາວົງ ຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 17 ສິງຫາ 2022 ວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ ກໍຄືແຈ້ງການຂອງພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່ຽວກັບການຈໍາໜ່າຍຊີ້ນໝູລາຄາລັດຊີ້ນໍາຢູ່ນະຄອນຫຼວງວຽງຈັນ ເຊິ່ງເລີ່ມຕັ້ງແຕ່ວັນທີ 5 ສິງຫາເປັນຕົ້ນມາ ບໍລິສັດລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ໄດ້ສົມທົບກັບຜູ້ປະກອບການຕະຫຼາດກະສິກໍາຟາມລ້ຽງໝູ ໂຮງງານ ແລະ ສະຫະກອນ ນໍາເອົາສິນຄ້າປະເພດຊີ້ນໝູອອກຈໍາໜ່າຍຢູ່ 2 ຈຸດໃນນະຄອນຫຼວງວຽງຈັນຄື: ຕະຫຼາດກະສິກໍາອິນຊີໜອງໄຮ ເມືອງຫາດຊາຍຟອງ ແລະ ບໍລິສັດ ລັດວິສະຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ເຊິ່ງຊີ້ນໝູທີ່ນໍາມາຈໍາໜ່າຍ ໄດ້ຮັບການສະໜັບສະໜູນວັນລະ 6 ໂຕຈາກບໍລິສັດຊີພີລາວ ຈໍາໜ່າຍໃນວັນຈັນ ອັງຄານ ແລະ ວັນສຸກ ສ່ວນຂອງບໍລິສັດເບທາໂກ ຈໍາໜ່າຍໃນວັນພຸດ ແລະ ວັນພະຫັດ ສະເລ່ຍຊີ້ນໝູຈໍາໜ່າຍປະມານ 500 ກິໂລຕໍ່ມື້ ປະກອບມີລາຄາຄື: ຊີ້ນສັນໃນ ສັນຄໍສັນນອກ ສາມຊັ້ນ ຊີ້ນກ້ອນ ຊີ້ນບ່າໄຫຼ່ດູກຂ້າງ ຄໍໝູຢ້າງ ລາຄາ 55.000 ກີບຕໍ່ກິໂລ ກະດູກແກງ ຫາງໝູ ຂາໝູ ຊີ້ນເສດ ລາຄາ 35.000 ກີບຕໍ່ກິໂລ ໜັງໝູ ຕີນຈ໊ອກ ລາຄາ 30.000 ກີບຕໍ່ກິໂລ ຫົວໝູ ເຄື່ອງໃນລາຄາ 31.000 ກີບຕໍ່ກິໂລ ໜັງເສດ ນໍ້າມັນເສດ ລາຄາ 15.000 ກີບຕໍ່ກິໂລ ແລະ ມັນແປວ 20.000 ກີບຕໍ່ກິໂລ ພ້ອມນັ້ນ ຍັງຈໍາໜ່າຍອາຫານສໍາເລັດຮູບປະເພດໄສ້ກອກ ໝູທອດ ແລະ ໝູປີ້ງ ນອກນີ້ ສະຫະກອນ 3F ຍັງໄດ້ນໍາຊີ້ນໝູມາຈໍາໜ່າຍທີ່ຕະຫຼາດກະສິກໍາອິນຊີໜອງໄຮຕື່ມອີກ.

    ຜ່ານການຈໍາໜ່າຍຕະຫຼອດໄລຍະຜ່ານມາ ເຫັນວ່າຈະສາມາດຕອບສະໜອງໃຫ້ກັບພະນັກງານລັດ-ຖະກອນ ແລະ ພໍ່ແມ່ປະຊາຊົນຜູ້ທີ່ມີລາຍຮັບຕໍ່າໄດ້ດີພໍສົມຄວນ ເພື່ອໃຫ້ການຈໍາໜ່າຍມີຄວາມເປັນລະບຽບຮຽບຮ້ອຍ ກໍໄດ້ມີບັດຄິວໃຫ້ລູກຄ້າ ແລະ ຜູ້ໜຶ່ງຈໍາໜ່າຍໃຫ້ບໍ່ເກີນ 2-4 ກິໂລ ໃນນີ້ ລວມທັງຊີ້ນ ແລະ ກະດູກ ແນໃສ່ໃຫ້ໄດ້ບໍລິໂພກກັນຢ່າງທົ່ວເຖິງ ພ້ອມນັ້ນ ຍັງເປັນການແບ່ງປັນໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ມີການດໍາລົງຊີວິດທີ່ດີ ສາມາດຢູ່ຮ່ວມກັນໄດ້ ນອກນີ້ ຍັງເປັນການປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ດັດສົມສິນຄ້າໃນຕະຫຼາດໃຫ້ມີປະສິດທິຜົນ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ ມີຄວາມໝັ້ນຄົງດ້ານການສະໜອງສິນຄ້າພຽງພໍກັບຄວາມຕ້ອງການ ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ ຫຼີກລ່ຽງການສ່ວຍໂອກາດຂຶ້ນລາຄາສິນຄ້າ ການເກງກໍາໄລທີ່ບໍ່ສົມເຫດສົມຜົນ ເປັນການເອົາລັດເອົາປຽບຜູ້ບໍລິໂພກ ນອກນີ້ ການປະຕິບັດຜ່ານມາ ເຫັນວ່າສັງຄົມໃຫ້ການຕ້ອນຮັບ ແຕ່ກໍຍັງມີຫາງສຽງຈໍານວນໜຶ່ງວ່າຂາຍໃຫ້ລູກຄ້າຫຼາຍເກີນກິໂລທີ່ກໍານົດ ເພື່ອແກ້ໄຂຫາງສຽງຂອງສັງຄົມ ທຸກໆຕອນແລງໄດ້ສະຫຼຸບບັນຊີ ແນະນໍາພະນັກງານໃຫ້ຂາຍຕາມຂັ້ນເທິງກໍານົດ ຖ້າຫາກລູກຄ້າພົບເຫັນວ່າມີພະນັກງານຂາຍເກີນກໍານົດ ໃຫ້ແຈ້ງຊື່ມາຍັງບໍລິສັດ ຖ້າພະນັກງານບໍ່ຊື່ສັດ ຈະໄດ້ລົງໂທດຕາມລະບຽບການ ດ້ວຍການໄລ່ອອກ ເພາະການກະທໍາດັ່ງກ່າວ ເປັນການເອົາປຽບຜູ້ບໍລິໂພກ ເພາະໃນຍາມເສດຖະກິດແບບນີ້ ເຮົາຕ້ອງຊ່ວຍເຫຼືອກັນ ດັ່ງຄໍາເວົ້າທີ່ວ່າ “ຍາມຮັ່ງກໍຕ້ອງຮັ່ງພ້ອມກັນ ຍາມທຸກກໍຈະທຸກໄປພ້ອມກັນ”

    ໂອກາດນີ້ ສະແດງຄວາມຂອບໃຈມາຍັງພັກ-ລັດ ທີ່ໄດ້ມີນະໂຍບາຍ ແລະ ສະແດງຄວາມຊົມເຊີຍມາຍັງບໍລິສັດທີ່ໄດ້ໃຫ້ການສະໜັບສະໜູນຊີ້ນໝູ ເຮັດໃຫ້ສາມາດຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງໄດ້ ເຊິ່ງການຈໍາໜ່າຍຂອງພວກເຮົາຈະດໍາເນີນໄປຮອດວັນທີ 5 ພະຈິກ 2022.

# ຂ່າວ – ພາບ : ຂັນທະວີ

error: Content is protected !!