ຍົກສູງທິດສະດີການເມືອງ-ການປົກຄອງ ໃຫ້ຄະນະພັກ ອົງການປົກຄອງບ້ານ

    ການເຝິກອົບຮົມທິດສະດີການເມືອງ-ການປົກຄອງ ຫຼັກສູດ 10 ວັນ ຊຸດທີ III ໃຫ້ຄະນະພັກ-ອົງການປົກຄອງບ້ານ ຈັດຂຶ້ນວັນທີ 17 ສິງຫາ 2022 ຢູ່ສະໂມສອນປົກຄອງເມືອງໄຊທານີ ໂດຍມີສະຫາຍ ໜູກີ ສີຫາລາດ ຮອງເລຂາຄະນະບໍລິຫານພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ວຽກງານພັກ-ພະນັກງານ ເມືອງໄຊທານີ ສະຫາຍ ນາງ ແກ້ວ ພົມມະລາດ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ) ມີບັນດາກໍາມະການປະຈໍາພັກ ກໍາມະການພັກເມືອງ ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ຄະນະຮັບຜິດຊອບບັ້ນເຝິກອົບຮົມ ເລຂາຄະນະພັກຮາກຖານ ນາຍບ້ານ ແລະ ນັກສໍາມະການ ເຂົ້າຮ່ວມ.

    ສະຫາຍ ພອນສັນ ໃບບຸນກອງ ຮັກສາການຫົວໜ້າຂະແໜງຄຸ້ມຄອງການຮຽນ-ການສອນ ໂຮງຮຽນການເມືອງ ແລະ ການປົກຄອງ ນວ ກ່າວວ່າ: ໂຄງການຫຼັກສູດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຫຼັກສູດ 10 ວັນ ມີຜູ້ເຂົ້າຮ່ວມທັງຫມົດ 72 ທ່ານ ໃນນັ້ນ ໄດ້ກຳນົດເວລາຮຽນແຕ່ວັນຈັນ-ວັນສຸກ ເຊິ່ງແບ່ງອອກເປັນ 4 ພາກ ປະກອບມີ 26 ບົດ ຄື: ພາກແນວທາງລວມ 4 ບົດ ພາກວຽກງານການນຳພາຂອງພັກ 7 ບົດ ພາກວຽກງານປົກຄອງ ແລະ ການບໍລິຫານ 8 ບົດ ພາກມະຕິຂອງພັກ ແລະ ວຽກງານຈຸດສຸມຂອງ ນວ 7 ບົດ ເຊິ່ງແຕ່ລະບົດ ມີຫົວຂໍ້ເຊັ່ນ: ພັດທະນາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ ການພັດທະນາເສດຖະກິດຢູ່ຂັ້ນບ້ານ ສ້າງສະຕິກົດໝາຍໃຫ້ປະຊາຊົນຢູ່ຂັ້ນບ້ານ ບົດບາດຂອງພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ ການສ້າງໜ່ວຍພັກຮາກຖານບ້ານໃຫ້ໜັກແໜ້ນ 4 ດ້ານ ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກຢູ່ຮາກຖານບ້ານ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ວຽກງານຕິດຕາມກວດກາພັກ ວຽກງານຄຸ້ມຄອງພົນລະເມືອງຢູ່ພາຍໃນບ້ານ ການຕ້ານປາກົດການຫຍໍ້ທໍ້ໃນສັງຄົມທີ່ເກີດຂຶ້ນຢູ່ຂັ້ນບ້ານ ການສ້າງແຜນພັດທະນາບ້ານ ການສ້າງບົດສະຫຼຸບ ບົດລາຍງານການເຄື່ອນໄຫວຂອງບ້ານ ແລະ ອື່ນໆ.

    ນອກຈາກນີ້ ຍັງຈະໄດ້ປະເມີນຄວາມຮູ້ 2 ໄລຍະ ໂດຍການຂຽນບົດປະເມີນຜົນຄວາມຮັບຮູ້ ແລະ ທິດທາງວິທີການຈັດຕັ້ງຜັນຂະຫຍາຍພື້ນຖານທິດສະດີດັ່ງກ່າວ ເຂົ້າໃນວຽກງານຕົວຈິງໃນຄວາມຮັບຜິດຊອບຂອງຕົນ ແລະ ຂຽນບົດຜັນຂະຫຍາຍມະຕິ 107/ກມສພ ເຂົ້າໃນວຽກງານໜ້າທີ່ຄວາມຮັບຜິດຊອບຂອງຕົນ ພ້ອມດຽວກັນ ຍັງຈະໄດ້ມີການທັດສະນະສຶກສາຢູ່ພິພິທະພັນ ໄກສອນ ພົມວິຫານ ພິພິທະພັນແຫ່ງຊາດ ອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ແລກປ່ຽນບົດຮຽນ ແລະ ຢ້ຽມຢາມຄອບຄົວຕົວແບບຂອງເມືອງໄຊທານີ ທັງນີ້ກໍເພື່ອຍົກລະດັບທາງດ້ານທິດສະດີການເມືອງ ວຽກງານການປົກຄອງ ແລະ ບໍລິຫານໃຫ້ເລຂາໜ່ວຍພັກ ນາຍບ້ານ ແລະ ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂັ້ນບ້ານຂອງເມືອງໄຊທານີ ໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄວາມຮູ້ ຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຢູ່ຂັ້ນຮາກຖານໃຫ້ມີຄຸນນະພາບ ປະກອບສ່ວນເຂົ້າໃນວຽກງານການປັບປຸງນໍາພາຂອງໜ່ວຍພັກ ການບໍລິຫານຄຸ້ມຄອງຂອງອົງການປົກຄອງບ້ານ ມີຄວາມເຂັ້ມ ແຂງ ແລະ ໜັກແໜ້ນ.

# ຂ່າວ ພາບ : ສີພອນ

error: Content is protected !!