ນວ-ນະຄອນຫຼວງຮ່າໂນ້ຍ ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ແລະ ການພົວພັນຮ່ວມມືຮອບດ້ານ

    ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ – ແຂວງ ນີ່ງບີ່ງ ສສ ຫວຽດນາມ ລະຫວ່າງວັນທີ 9-14 ສິງຫາ 2022 ໃນວັນທີ 10 ສິງຫາ 2022 ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາພາຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ໄດ້ເຂົ້າພົບປະສະຫາຍ ເຈີ່ນ ສີ ແທງ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຢູ່ຫ້ອງການຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ.

    ສະຫາຍ ເຈີ່ນ ສີ ແທງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ສະຫາຍ ອານຸພາບ ຕຸນາລົມ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍໃນຄັ້ງນີ້ ເຊິ່ງການເດີນທາງມາຄັ້ງນີ້ ລວມມີຫຼາຍກິດຈະກຳທີ່ສຳຄັນ ທີ່ສ່ອງແສງໃຫ້ເຫັນເຖິງການຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ ກໍຄືລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ສູ່ຮຸ່ນຫຼັງ ເພື່ອໃຫ້ຄົນຮຸ່ນຫຼັງຂອງສອງຝ່າຍສາມາດເຮັດວຽກຮ່ວມກັນ ເພື່ອປູກຝັງ ແລະ ສ້າງຄວາມສາມັກຄີລະຫວ່າງສອງຊາດ ຫວຽດນາມ-ລາວ ກໍຄືປະຊາຊົນສອງຊາດຕະຫຼອດໄປ ພ້ອມນັ້ນ ຍັງຢືນຢັນວ່າຄະນະນຳ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ພະຍາຍາມຢ່າງເອົາໃຈໃສ່ເພື່ອສ້າງມິດຕະພາບ ແລະ ຄວາມສາມັກຄີພິເສດກັບ ພັກ-ລັດ ແລະ ປະຊາຊົນລາວ ກໍຄືນະຄອນຫຼວງວຽງຈັນໂດຍສະເພາະ ປຶກສາຫາລືບັນຫາການຮ່ວມມືຈຳນວນໜຶ່ງລະຫວ່າງສອງນະຄອນຫຼວງ ລວມທັງການສົ່ງເສີມການຄ້າຮ່ວມກັນ ແລະ ແຜນການຮ່ວມມືສອງຝ່າຍ.

     ໂອກາດນີ້ ສະຫາຍ ອານຸພາບ ຕຸນາລົມ ໄດ້ກ່າວວ່າ ຄວາມສຳພັນອັນຍິ່ງໃຫຍ່ລະຫວ່າງສອງປະເທດລາວ-ຫວຽດນາມ ແມ່ນມີມາແຕ່ດົນນານ ໂດຍຢືນຢັນວ່າ ນະຄອນຫຼວງວຽງຈັນມີຄວາມມຸ່ງໝັ້ນທີ່ຈະສົ່ງເສີມຄວາມສຳພັນຮ່ວມມືນະຄອນຫຼວງຮ່າໂນ້ຍຢ່າງສະໜິດແໜ້ນ ແລະ ຍືນຍົງໃນທຸກຂະແໜງການ ແລະ ຫວັງວ່າ ຫວຽດນາມ-ລາວ  ປີແຫ່ງມິດຕະພາບ  ແລະ  ການຮ່ວມມືພິເສດໃນປີນີ້  ພ້ອມທັງໄດ້ຈັດກິດຈະກຳທີ່ມີຄວາມໝາຍ ຈະເປັນບາດກ້າວທີ່ມີຄວາມໝາຍໃນການທົບທວນມິດຕະພາບທີ່ຍິ່ງໃຫຍ່ ຄວາມເປັນນໍ້າໜຶ່ງໃຈດຽວກັນ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

    # ຂ່າວ – ພາບ : ເພັດສະໝອນ

error: Content is protected !!