ຍົກລະດັບຄວາມຮູ້ມາດຕະຖານກະສິກໍາທີ່ດີ ໃຫ້ກຸ່ມປູກຜັກເມືອງໄຊທານີ

   ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈັດເຝິກອົບຮົມມາດຕະຖານກະສິກຳທີ່ດີ ແລະ ລະບົບຄວບຄຸມພາຍໃນ ໃຫ້ກຸ່ມປູກຜັກເປັນສິນຄ້າເມືອງໄຊທານີ ຈໍານວນ 8 ກຸ່ມ ວັນທີ 16 ສິງຫາ 2022 ທີ່ຫ້ອງການປົກຄອງບ້ານທ່າດອກຄໍາ ເປັນປະທານຂອງທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມີຜູ້ເຂົ້າຮ່ວມທັງໝົດ 31 ຄົນ ຍິງ 10 ຄົນ.

    ຈຸດປະສົງການເຝິກອົບຮົມຄັ້ງນີ້ ເພື່ອດຳເນີນການເຝິກອົບຮົມມາດຕະຖານກະສິກຳທີ່ດີໃຫ້ວິຊາການ ແລະ ຜູ້ຮັບຜິດຊອບ ICS ໃຫ້ກຸ່ມປູກຜັກເປັນສິນຄ້າ ພ້ອມນັ້ນ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃນການຜະລິດຜັກສະອາດເປັນສິນຄ້າໃຫ້ມີຄຸນນະພາບຕາມມາດຖານກະສິກຳທີ່ດີ ທັງເປັນການສົ່ງເສີມການຜະລິດກະສິກຳສະອາດທີີ່ມີຄຸນນະພາບໃຫ້ອອກສູ່ວົງກວ້າງ ແລະ ໃຫ້ທົ່ວເຖິງທຸກໆກຸ່ມຜະລິດບ້ານເປົ້າໝາຍ ນອກນັ້ນ ໃຫ້ຜູ້ບໍລິໂພກໄດ້ກິນຜັກສະອາດ ແລະ ປອດໄພ ເຊິ່ງ 8 ກຸ່ມທີ່ໄດ້ຮັບການເຝິກອົບຮົມດັ່ງກ່າວ ປະກອບມີ ກຸ່ມທ່າດອກຄໍາ ກຸດສາມບາດ ລາດຄວາຍ ນາສາລາ ດົງບັງ ດວງບຸດດີ ປາກຊາບໃໝ່ ແລະ ກຸ່ມປາກຊາບໃໝ່.

# ຂ່າວ – ພາບ : ຂັນທະວີ

error: Content is protected !!