ພຽງວັນດຽວ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເຖິງ 190 ກໍລະນີ ພ້ອມກັນເພີ່ມທະວີມາດຕະການປ້ອງກັນຕົນເອງ

    ອີງຕາມການລາຍງານຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ 17 ສິງຫາ 2022 ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ທົ່ວປະເທດເຖິງ 190 ກໍລະນີ ຈາກຕົວເລກດັ່ງກ່າວ ອາດສົ່ງສັນຍານເຕືອນໃຫ້ທຸກຄົນເພີ່ມທະວີ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງເພື່ອບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ ຫຼື ແຜ່ລະບາດຮອບໃໝ່.

    ຈາກຈຳນວນລາຍງານຜູ້ຕິດເຊື້ອໃໝ່ໃນວັນດັ່ງກ່າວຈຳນວນ 190 ກໍລະນີ ໃນນີ້ ນະຄອນຫຼວງວຽງຈັນຕິດເຊື້ອພາຍໃນ 87 ກໍລະນີ ຄຳມ່ວນຕິດເຊື້ອພາຍໃນ 75 ກໍລະນີ ວຽງຈັນຕິດເຊື້ອພາຍໃນ 8 ກໍລະນີ ຫຼວງພະບາງ ຕິດເຊື້ອພາຍໃນ 6 ກໍລະນີ ສະຫວັນນະເຂດ ຕິດເຊື້ອພາຍໃນ 5 ກໍລະນີ ບໍລິຄຳໄຊ ຈຳປາສັກ ຕິດເຊື້ອພາຍໃນແຂວງລະ 3 ກໍລະນີ ຫົວພັນ ໄຊສົມບູນ ແລະ ອຸດົມໄຊ ຕິດເຊື້ອພາຍໃນແຂວງລະ 1 ກໍລະນີ.

    ເພື່ອເປັນການປ້ອງກັນຕົນເອງຈາກພະຍາດດັ່ງກ່າວ ທຸກຄົນຕ້ອງໄດ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ດ້ວຍການສືບຕໍ່ໃສ່ຜ້າປິດປາກ-ດັງ ຮັກສາໄລຍະຫ່າງ ບໍ່ເດີນທາງໄປສະຖານທີ່ແອອັດ ໝັ່ນລ້າງມືເປັນປະຈຳ ດ້ວຍການໃສ່ສະບູ ຫຼື ເຈວ ພ້ອມນີ້ ກໍຕ້ອງໄດ້ພ້ອມກັນອອກໄປສັກວັກຊີນໂຄວິດ-19 ເຂັມກະຕຸ້ນ ເພາະ ປະສິດທິພາບຂອງວັກຊີນຈະຫຼຸດລົງໄປຕາມແຕ່ລະໄລຍະເວລາ ດັ່ງນັ້ນ ທຸກຄົນຄວນໄປສັກວັກຊີນເຂັມກະຕຸ້ນ ພາຍຫຼັງທີ່ສັກວັກຊີນໄດ້ 4-6 ເດືອນ ເພື່ອຊ່ວຍປ້ອງກັນການເຈັບເປັນຮຸນແຮງ ການເຂົ້າໂຮງໝໍ ແລະ ຊ່ວຍປ້ອງກັນການເສຍຊີວິດຈາກພະຍາດໂຄວິດ-19 ທຸກຄົນ ຕ້ອງຮີບຮ້ອນສ້າງພູມຄຸ້ມກັນໝູ່ໃຫ້ກັບຮ່າງກາຍດ້ວຍການສັກວັກຊີນ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!