​ ສສຊ 10 ເຂດເລືອກຕັ້ງ ໄດ້ຮັບການຍົກລະດັບດ້ານທັກສະຕ່າງໆ

    ລະຫວ່າງວັ​ນ​ທີ 15-16 ສິງ​ຫາ 2022 lສະພາແຫ່ງຊາດ (ສພຊ) ຈັດກອງປະຊຸມເຝິກອົບຮົມເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ​ໃນ​ການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ ສສຊ ມີຄວາມຮັບຮູ້ ຄວາມເຂົ້າໃຈກ່ຽວກັບບາງທັກສະທີ່ມີຄວາມຈຳເປັນໃນວຽກງານຕົວຈິງ ທັງເປັນການແລກປ່ຽນ ສົນທະນາແລກປ່ຽນບົດຮຽນລະຫວ່າງວິທະຍາກອນ ສສຊ ແລະ ພະນັກງານທີ່ເປັນເສນາທິການດ້ວຍກັນ ແນໃສ່ການຍົກລະດັບຄວາມຮັບຮູ້ ແລະ ຄວາມສາມາດໃນການປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິຜົນດີ.

    ກອງປະຊຸມເຝິກອົບຮົມຄັ້ງນີ້ ປະກອບມີ 4 ຫົວຂໍ້ ຄື: ການຍົກສູງຂີດຄວາມສາມາດດ້ານທັກສະການຊັກຖາມ ປະກອບຄຳເຫັນ ການລົງພົບປະຜູ້ມີສິດເລືອກຕັ້ງ ການຕິດຕາມກວດກາ​ຂອງ​ ສພຊ ແລະ ການ​ຕິດ​ຕາມກວດ​ກາ​ການ​ຈັດ​ຕັ້ງປະຕິບັດແຜນ​ພັດ​ທະ​ນາ​ເສດ​ຖະ​ກິ​ດ-ສັງ​ຄົມ ແລະ ​ແຜນ​ງົບ​ປະ​ມານ ໃຫ້ແກ່ ສສຊ ຈາກ 10 ເຂດເລືອກຕັ້ງ ຄື: ຜົ້ງສາລີ ຫຼວງນ້ຳທາ ອຸດົມໄຊ ບໍ່ແກ້ວ ຫຼວງພະບາງ ໄຊຍະບູລີ ຫົວພັນ ຊຽງຂວາງ ສາລະວັນ ແລະ ແຂວງໄຊສົມບູນ.

    ກອງປະຊຸມ ຈັດຂຶ້ນທີ່ຫ້ອງປະຊຸມສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ເປັນປະທານຂອງທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານ ສພຊ ຜູ້ຊີ້ນຳສະຖາບັນຄົ້ນຄວ້ານິຕິກຳ ສພຊ ຫົວ   ໜ້າຄະນະຊີ້ນຳການຍົກສູງຂີດຄວາມສາມາດ ມີທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການ ສພຊ ບັນດາປະທານ-ຮອງ​ປະ​ທານກຳມາທິການ​ ສພຊ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊ ພ້ອມດ້ວຍ ສສຊ ຄະນະກົມ ຄະນະພະແນກ ແລະ ວິຊາການກ່ຽວຂ້ອງຂອງ ສພຊ ແລະ 10 ເຂດເລືອກຕັ້ງດັ່ງກ່າວ ເຂົ້າຮ່ວມ.

error: Content is protected !!