​ປະຊາຊົນ 14 ຄອບຄົວຢູ່ເມືອງສະໜາມໄຊ ໄດ້ຮັບການຊ່ວຍເຫຼືອແນວພັນປາ ເພື່ອລ້ຽງໃສ່ນາເຂົ້າ

    ອໍານາດການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໄດ້ນໍາເອົາແນວພັນປາ ຈໍານວນຫຼາຍກວ່າ 28.000ໂຕ ເຊິ່ງມີປະປາກ ປານິນ ແລະ ປາໃນ ລວມມູນຄ່າ 22,4 ລ້ານກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມມືສາກົນປະເທດ ສ ເກົາຫຼີ ໄປມອບໃຫ້ປະຊາຊົນຈໍານວນ 14 ຄອບຄົວ ໃນ 7 ບ້ານເປົ້າໝາຍຂອງເມືອງສະໜາມໄຊ ເພື່ອສ້າງໃຫ້ກາຍເປັນຄອບຄົວຕົວແບບໃນການລ້ຽງປາ ໃນນາເຂົ້າ ມີ: ບ້ານຄັງ ຈູມໂພຍ ອິນທີ ດອນເສືອ ດອນໄຜ່ ດອນສູງ ແລະ ບ້ານອຸດົມໄຊ.

    ພິທີມອບ-ຮັບ ໄດ້ຈັດຂຶ້ນວັນທີ 16 ສິງຫາ 2022 ທີ່ຫ້ອງການບ້ານດອນໄຜ່ ຕາງໜ້າມອບໂດຍທ່ານນາງ ພູດອນ ຈູມມະລີ ຮອງເຈົ້າເມືອງສະໜາມໄຊ ມີຜູ້ຕາງໜ້າຈາກອົງການຮ່ວມມືສາກົນປະເທດ ສ ເກົາຫຼີ ປະຈໍາແຂວງອັດຕະປື ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຄອບຄົວເປົ້າໝາຍການລ້ຽງປາໃສ່ນາເຂົ້າ ເຂົ້າຮ່ວມ .

    ໃນໂອກາດນີ້ ທ່ານນາງ ພູດອນ ຈູມມະລີ ໄດ້ກ່າວວ່າ: ເມືອງສະໜາມໄຊ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກໃນຄັ້ງວັນທີ 23 ກໍລະກົດ ປີ 2018 ຜ່ານມາ ສະນັ້ນ ເພື່ອເປັນການພື້ນຟູຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ທາງອໍານາດການປົກຄອງ ຮ່ວມກັບບັນດາອົງສາກົນ ໄດ້ພະຍາຍາມໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນຕະຫຼອດມາ ໂດຍສະເພາະ ທາງໂຄງການຮ່ວມມືສາກົນປະເທດ ສ ເກົາຫຼີ ເປັນໂຄງການໜຶ່ງທີ່ໄດ້ໃຫ້ທຶນສະໜັບສະໜູນການພື້ນຟູໄພພິບັດຢູ່ເມືອງສະໜາມໄຊຕະຫຼອດມາ ເປັນຕົ້ນແມ່ນໂຄງການລ້ຽງໝູລາດ ລ້ຽງໄກ່ລາດ ແລະ ໂຄງການປູກພືດສວນຄົວ ແລະ ຊ່ວຍເຫຼືອແນວພັນປາ ເພື່ອລ້ຽງປາໃນນາເຂົ້າຄັ້ງນີ້ ເປັນການລ້ຽງປາຂັ້ນເລີ່ມຕົ້ນຂອງໂຄງການທີ່ໄດ້ຈັດຕັ້ງຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຕອບສະໜອງທາງດ້ານອາຫານ ໂພຊະນາການ ທັງເປັນການສົ່ງເສີມໃຫ້ພໍ່ແມ່ປະຊາຊົນກຸ້ມຕົນເອງ ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ .

error: Content is protected !!