ມອບໃບປະກາດສະນີຍະບັດຈົບຊັ້ນ ປ5 ແລະ ມ4

    ພິທີມອບໃບປະກາດສະນີຍະບັດ ສອບເສັງຈົບຊັ້ນປະຖົມ ປ5 ແລະ ມັດທະຍົມສຶກສາຕອນຕົ້ນ ມ4 ປະຈໍາສົກຮຽນ ປີ 2021-2022 ຈັດຂຶ້ນໃນຕອນເຊົ້າວັນທີ 17 ສິງຫາ 2022 ທີ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາ ເມືອງສັງທອງ ນະຄອນຫຼວງວຽງຈັນ ພາຍໃຕ້ເປັນປະທານຂອງທ່ານ ອໍາພອນ ສີສຸພັນ ຫົວໜ້າຫ້ອງການສຶກສາເມືອງສັງທອງ ມີທ່ານ ໄຊຍະບັດ ຊຸ່ມມະນີວົງ ຮອງເຈົ້າເມືອງສັງທອງ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶຶກສາທິການ ແລະ ກິລາ ນະຄອນຫຼວງ ບັນດາຄູອາຈານ ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ຈັ້ນ ອິນທະວົງ ຮອງຫົວໜ້າໜ່ວຍງານພາກບັງຄັບ ຫ້ອງການສຶກສາເມືອງສັງທອງ ໄດ້ລາຍງານຜົນການສອບເສັງເລື່ອນຂັ້ນ ຈົບຊັ້ນປະຖົມສົມບູນເລື່ອນຂັ້ນ ປ5 ແລະ ມັດທະຍົມສຶກສາຕອນຕົ້ນ ມ4 ປະຈໍາສົກຮຽນ 2021-2022 ຜ່ານການຈັດຕັ້ງປະຕິບັດການສອບເສັງເລື່ອນຂັ້ນ ປ5 ແລະ ຈົບຊັ້ນ ມ4 ສໍາລັບ ປ5

ທົ່ວເມືອງ ມີຈໍານວນນ້ອງນັກຮຽນທັງໝົດ 567 ຄົນ ຍິງ 286 ຄົນ ມີໜ້າສອບເສັງຕົວຈິງ 544 ຄົນ ຍິງ 277 ຄົນ ຂາດສອບເສັງ 5 ຄົນ ຍິງ 3 ຄົນ ເສັງໄດ້ທັງໝົດ 537 ຄົນ ຍິງ 274 ຄົນ ເທົ່າກັບ 99,63% ໃນນັ້ນ ເສັງໄດ້ຄະແນນ 5 ຂຶ້ນໄປທຸກວິຊາ ມີ 382 ຄົນ ຍິງ 216 ຄົນ ເທົ່າກັບ 70,81% ສອບເສັງໄດ້ຄະແນນສະເລ່ຍ 7 ຂຶ້ນໄປnໄດ້ 5 ຄົນ ຍິງ 4 ຄົນ ເທົ່າກັບ 0,93% ຊັ້ນ ມ4 ມີຈໍານວນນັກຮຽນທັງໝົດ 425 ຄົນ ຍິງ 246 ຄົນ ມີໜ້າສອບເສັງຕົວຈິງ 372 ຄົນ ຍິງ 180 ຄົນ ຂາດສອບເສັງ 3 ຄົນ ຍິງ 3 ຄົນ ເສັງໄດ້ 366 ຄົນ ຍິງ 176 ຄົນ ເທົ່າກັບ 99,2% ເສັງໄດ້ຄະແນນ 5 ຂຶ້ນໄປໄດ້ 366 ຄົນ ຍິງ 176 ຄົນ ເທົ່າກັບ 99,2% ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ 1 ຄົນ ເທົ່າກັບ 0,27% ເສັງໄດ້ຄະແນນສະເລ່ຍ 7 ຂຶ້ນໄປໄດ້ 2 ຄົນ ເທົ່າກັບ 0,54%.

error: Content is protected !!