ກອງບັນຊາການປ້ອງກັນສູນກາງ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2022

    ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2022 ໃນວັນທີ 16 ສິງຫາ 2022 ຢູ່ທີ່ກອງດັ່ງກ່າວ ເປັນປະທານຂອງ ທ່ານ ພົນຈັດຕະວາ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ມີບັນດາຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍຕໍາຫຼວດພາຍໃນກອງບັນຊາການປ້ອງກັນສູນກາງ ເຂົ້າຮ່ວມ.

    ທ່ານ ພັນເອກ ບຸນທົງ ສີດາວົງ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ຜູ້ຊີ້ນໍາວຽກງານຫ້ອງການ ໄດ້ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືເອົາທັດສະນະນໍາພາຂອງພັກ ຖືເອົາການສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ໃນການເຊື່ອມຊຶມແນວທາງນະໂຍບາຍຂອງພັກ ລັດ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ຮ່ຳຮຽນມູນເຊື້ອອັນດີງາມຂອງຊາດ ຂອງພັກ ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ກຳລັງປ້ອງກັນສູນກາງ ເພື່ອໝູນໃຊ້ໃຫ້ສອດຄ່ອງກັບຈຸດພິເສດຂອງວຽກງານປ້ອງກັນສູນກາງແຕ່ລະໄລຍະ ພ້ອມທັງຮັກສາໄດ້ທາດແທ້ມູນເຊື້ອອັນພິລະອາດຫານ ເປັນກຳລັງທີ່ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ລັດ ມີຄວາມເຂັ້ມແຂງ ປະຕິບັດລະບຽບວິໄນເຂັ້ມງວດ ແລະ ປະຕິໜ້າທີ່ວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເປັນກ້າວໆ ສະແດງອອກ ໄດ້ເຄື່ອນໄຫວເຮັດໜ້າທີ່ຢ່າງຕັ້ງໜ້າ ໃນການຕິດຕາມ ກວດກາ ແລະ ບັນຊາຕີຈັງຫວະ ການປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ກອງບັນຊາການປ້ອງກັນສູນກາງ ໃນການຄົ້ນຄວ້າວາງແຜນ ຈັດວາງກຳລັງປ້ອງກັນການນຳພັກ-ລັດ ສຳນັກງານ-ອົງການ ກອງປະຊຸມລະດັບຊາດ ສາກົນ ງານບຸນສຳຄັນຕ່າງໆຂອງຊາດ ແລະ ແຂກຂັ້ນສູງຕ່າງປະເທດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ມີຄວາມປອດໄພຮອບດ້ານ.

    ໄລຍະຜ່ານມາ ສາມາດປ້ອງກັນກອງປະຊຸມພາຍໃນໄດ້ 22 ຄັ້ງ ປ້ອງກັນແຂກຕ່າງປະເທດ ແລະ ກອງປະຊຸມລະດັບສາກົນ 17 ຄັ້ງ ປ້ອງກັນງານສຳຄັນຕ່າງໆ 32 ຄັ້ງ ນອກນັ້ນ ຍັງໄດ້ເຝິກອົບຮົມວຽກງານປຸງແຕ່ງ ແລະ ການນໍາໃຊ້ເຄື່ອງ X-RAY ເຝິກຊ້ອມນຳໃຊ້ເຄື່ອງມືວິຊາສະເພາະ.

error: Content is protected !!