ລມຕ ກະຊວງການເງິນ ເນັ້ນໃຫ້ ນວ ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນຂະຫຍາຍຖານລາຍຮັບ

   ໃນວັນທີ 16 ສິງຫາ 2022 ທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂະຫຍາຍຖານລາຍຮັບຕິດພັນກັບ 2 ວາລະແຫ່ງຊາດຢູ່ນະຄອນຫຼວງວຽງຈັນ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍເຈົ້າເມືອງ ຮອງເຈົ້າເມືອງ ຫົວໜ່ວຍວິສາຫະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2022 ຂອງນະຄອນຫຼວງວຽງຈັນ ແລະ ວຽກຂະຫຍາຍຖານລາຍຮັບ ການຕິດຕັ້ງໂປຣແກຣມບັນຊີ ຕິດພັນໃບເກັບເງິນໃຫ້ແກ່ເປົ້າໝາຍຫົວໜ່ວຍວິສາຫະກິດທີ່ມີລາຍຮັບປະຈຳປີເກີນ 400 ລ້ານກີບ ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ.

    ໃນໂອກາດນີ້ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເນັ້ນໃຫ້ການນຳຂອງເມືອງ ເວົ້າລວມ ເວົ້າສະເພາະແມ່ນນະຄອນຫຼວງວຽງຈັນ ເອົາໃຈໃສ່ສືບຕໍ່ຜັນຂະຫຍາຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງບັນຫານີ້ແມ່ນມີຄວາມຈຳເປັນຕ້ອງໄດ້ສຸມໃສ່ແກ້ໄຂ ເພື່ອຍູ້ແຮງການພັດທະນາເສດຖະກິດ-ການເງິນຂະຫຍາຍຕົວ ດັ່ງນັ້ນ ຈຶ່ງມີຄວາມຈຳເປັນສ້າງຄວາມເປັນເອກະພາບທົ່ວສັງຄົມ ເພື່ອຮ່ວມກັນສາມັກຄີກັນໃນການແກ້ໄຂບັນຫາດັ່ງກ່າວ ໂດຍພ້ອມກັນລະດົມທ່າແຮງທີ່ບົ່ມຊ້ອນທີ່ມີໃນແຕ່ລະເມືອງ ເພື່ອຮັບປະກັນໃຫ້ແກ່ການດຳເນີນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ວຍຕົນເອງ ເພີ່ງຕົນເອງ ສ້າງຄວາມເຂັ້ມແຂງພາຍໃນ ໂດຍສະເພາະ ເລັ່ງໃສ່ຕ້ານການຮົ່ວໄຫຼຂອງການເກັບລາຍຮັບເຂົ້າງົບປະມານ ເພີ່ມທະວີເອົາໃຈໃສ່ໃນວຽກຂະຫຍາຍຖານລາຍຮັບໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດ ແລະ ຫັນການຄຸ້ມຄອງຖານລາຍຮັບໄປສູ່ລະບົບຫັນສະໄໝ ຈຶ່ງຈະສາມາດແກ້ໄຂບັນຫາຕ່າງໆໄດ້ ສຸມໃສ່ຄຸ້ມຄອງຖານລາຍຮັບໃຫ້ສາມາດເກັບອາກອນໄດ້ຫຼາຍທີ່ສຸດ ແລະ ຕ້ອງໄດ້ເພີ່ມທະວີໂຄສະນາເຜີຍແຜ່ສ້າງຄວາມເຂົ້າໃຈໃຫ້ຫົວໜ່ວຍວິສາຫະກິດໃຫ້ທົ່ວເຖິງ ສືບຕໍ່ຂຸດຄົົ້ນໃຫ້ຜູ້ປະກອບການ ກໍຄືຫົວໜ່ວຍທຸລະກິດຕ້ອງໄດ້ເຂົ້າຖານລະບົບ ອມພ ເພີ່ມຂຶ້ນ ເວົ້າລວມແລ້ວ ແມ່ນຕ້ອງໄດ້ພ້ອມກັນເອົາໃຈໃສ່ເພີ່ມທະວີການຈັດຕັ້ງປະຕິບັດວຽກງານຂະຫຍາຍຖານລາຍຮັບຕິດພັນກັບ 2 ວາລະແຫ່ງຊາດໃຫ້ມີໃບໜ້າໃໝ່ ແລະ ສາມາດແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໄດ້ຢ່າງມີປະສິດທິຜົນສູງ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!