ມຊ ຮັບນັກສຶກສາເກືອບ 7 ພັນຄົນ ຂະນະທີ່ມີໜ້າເຂົ້າສອບເສັງ 10 ພັນກວ່າຄົນ

    ໃນສົກສຶກສາ 2022-2023 ມະຫາວິທະຍາໄລແຫ່ງຊາດ (ມຊ) ຮັບນັກສຶກສາເຂົ້າຮຽນທັງໝົດ 6.990 ຄົນ ໃນນີ້ ປະລິນຍາຕີ 5.150 ຄົນ ປະລິນຍາຕີຕໍ່ເນື່ອງ 1.480 ຄົນ ຫຼັກສູດນານາຊາດ+ຫຼັກສູດຄູພາສາຈີນ 210 ຄົນ ອະນຸປະລິນຍາ 150 ຄົນ ຂະນະທີ່ໃນສົກiຮຽນນີ້ ມີນັກສຶກສາຮ່ວມສອບເສັງຕົວຈິງທັງໝົດ 10 ພັນກວ່າຄົນ.

    ເມື່ອວັນທີ 13 ສິງຫາ 2022 ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດສອບເສັງຄັດເລືອກເອົານັກສຶກສາເພື່ອເຂົ້າສຶກສາຕໍ່ໃນລະດັບປະລິນຍາຕີ ປະຈຳສົກສຶກສາ 2022-2023 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ຜູ້ຊີ້ນໍາວຽກງານວິຊາການ ມຊ ພ້ອມດ້ວຍຄະນະນໍາ ມຊ ແລະ ຄະນະຄູ-ອາຈານເຂົ້າຮ່ວມຕິດຕາມການສອບເສັງ.

    ໂອກາດດັ່ງກ່າວ ທ່ານ ຮຸ່ງເພັດ ຈັນທະວົງ ໄດ້ໃຫ້ສໍາພາດເຖິງການກະກຽມການສອບເສັງວ່າ: ທາງຄະນະຮັບຜິດຊອບການສອບເສັງ ມຊ ໄດ້ມີການກະກຽມຄວາມພ້ອມຕ່າງໆມາຕັ້ງແຕ່ເດືອນມິຖຸນາ 2022 ໄດ້ແຕ່ງຕັ້ງບັນດາຄະນະກໍາການຮັບຜິດຊອບຝ່າຍຕ່າງໆ ເຊັ່ນ: ຄະນະກໍາມະການຊີ້ນໍາ ຄະນະກໍາມະການຍ່ອຍ ເພື່ອລົງເລິກແຕ່ລະໜ້າວຽກຂອງການສອບເສັງ ຜ່ານການກະກຽມມາຮອດວັນທີ 13 ສິງຫາ 2022 ເປັນມື້ສອບເສັງຕົວຈິງ ເຫັນວ່າ ແຕ່ລະໜ້າວຽກແມ່ນມີຄວາມພ້ອມ 100% ພາຍຫຼັງເປີດໃຫ້ລົງທະບຽນສະໝັກສອບເສັງ ແຕ່ວັນທີ 18 ກໍລະກົດ ຈົນຮອດມື້ປິດຮັບໃນວັນທີ 10 ສິງຫາ 2022 ມີຜູ້ສະໝັກລົງທະບຽນເຂົ້າຮຽນທັງໝົດ 11.976 ຄົນ ຈໍານວນຜູ້ທີ່ໄດ້ມາເອົາບັດເຂົ້າຫ້ອງສອບເສັງ ຫຼື ມີໜ້າສອບເສັງຕົວຈິງແມ່ນ 10.103 ຄົນ ໂດຍແບ່ງອອກເປັນ 3 ເຂດການສອບເສັງ ຄື: ວິທະຍາເຂດດົງໂດກ ວິທະຍາເຂດດອນນົກຂຸ້ມ ແລະ ວິທະຍາເຂດໂສກປ່າຫຼວງ ປະກອບມີ 15 ຈຸດການສອບເສັງ ລວມມີ 459 ຫ້ອງສອບເສັງ ມີກໍາມະການຍາມຫ້ອງເສັງ 983 ທ່ານ 1 ຫ້ອງບັນຈຸນັກສອບເສັງ 20-30 ຄົນ ຕໍ່ກໍາມະການຍາມຫ້ອງເສັງ 2 ທ່ານ.

    ສໍາລັບຕາຕະລາງການສອບເສັງ ແມ່ນໄດ້ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A ແລະ B ໃນນີ້ ກຸ່ມ A ກຸ່ມວິຊາທໍາມະຊາດ (STEM) ມີ 61 ສາຂາວິຊາ ແລະ ກຸ່ມ B ກຸ່ມວິຊາສັງຄົມສາດ (NON STEM) ມີ 52 ສາຂາວິຊາ ໄດ້ຈັດການສອບເສັງເປັນເອກະພາບໃນວັນດຽວກັນ ວັນທີ 13 ສິງຫາ 2022 ເປັນການສອບເສັງແບບເຊິ່ງໜ້າ ຄືໃຫ້ນັກຮຽນມານັ່ງສອບເສັງຢູ່ຫ້ອງ ແລະ ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ສຳລັບກຸ່ມ A ແມ່ນສອບເສັງວິຊາຄະນິດສາດ A ແລະ ວິຊາຟີຊິກສາດ ວິຊາພາສາລາວ-ວັນນະຄະດີ ພາສາອັງກິດ ເຄມີສາດ ຊີວະສາດ ກຸ່ມ B ສອບເສັງວິຊາຄະນິດສາດ B ວິຊາພາສາລາວ-ວັນນະຄະດີ ພາສາອັງກິດ ພູມສາດ ປະຫວັດສາດ.

    ໃນສົກສຶກສາ 2022-2023 ມຊ ມີແຜນຮັບເອົານັກສຶກສາເຂົ້າຮຽນທັງໝົດ 6.990 ຄົນ ໃນນີ້ ປະລິນຍາຕີ 5.150 ຄົນ ປະລິນຍາຕີຕໍ່ເນື່ອງ 1.480 ຄົນ ຫຼັກສູດນານາຊາດ+ຫຼັກສູດຄູພາສາຈີນ 210 ຄົນ ອະນຸປະລິນຍາ 150 ຄົນ.

    ພາຍຫຼັງສຳເລັດການສອບເສັງຄາດວ່າຈະປະກາດຜົນການສອບເສັງໃຫ້ສັງຄົມຮັບຊາບກ່ອນວັນທີ 12 ກັນຍາ 2022 ແລະ ເປີດໃຫ້ນັກສຶກສາຜູ້ເສັງໄດ້ ມາລົງທະບຽນ ແລະ ໃນວັນທີ 10 ຕຸລາ 2022 ນັກສຶກສາປີທີ 1 ເລີ່ມເຂົ້າຮຽນພາກຮຽນທີ 1 ຂອງສົກສຶກສາ 2022-2023 ສຳລັບ ມຊ ເປັນສະຖາບັນການສຶກສາທີ່ມີຫຼາກຫຼາຍສາຂາວິຊາຮຽນແຫ່ງທໍາອິດຂອງລາວ ປະກອບມີ 13 ຄະນະວິຊາ ມີຫຼັກສູດລະດັບປະລິນຍາຕີ 118 ສາຂາວິຊາ ຫຼັກສູດຕໍ່ເນື່ອງປະລິນຍາຕີ 42 ສາຂາວິຊາ ແລະ ຫຼັກສູດລະດັບອະນຸປະລິນຍາ 4 ສາຂາວິຊາ ນອກຈາກນີ້ ຍັງມີຫຼັກສູດປະລິນຍາເອກ 6 ຫຼັກສູດ ຫຼັກສູດປະລິນຍາໂທ 63 ຫຼັກສູດ ໃນແຕ່ລະສາຂາວິຊາ ແມ່ນລ້ວນແຕ່ມີຄວາມສໍາຄັນເທົ່າກັນ.

# ຂ່າວ – ພາບ : ບຸນມີ

error: Content is protected !!