ວັນທີ 15 ສິງຫາ 2022 ທີ່ສະໂມສອນເມືອງປາກແບງ ແຂວງອຸດົມໄຊ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຕິດຕາມຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງອຸດົມໄຊ ໄດ້ເຄື່ອນໄຫວພົບປະ ແລະ ໂອ້ລົມອຳນາດການປົກຄອງເມືອງປາກແບງ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳສະພອນ ໄຊຍະວົງ ເຈົ້າເມືອງປາກແບງ ມີບັນດາທ່ານພະນັກງານ ທະຫານ ຕຳຫຼວດ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາ 6 ເດືອນຕົ້ນປີ ເປັນຕົ້ນແມ່ນສະພາບລວມຂອງເມືອງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ຕິດພັນກັບການແກ້ໄຂປາກົດການຫຍໍ້ທໍ້ ສະພາບເສດຖະກິດ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ອຸປະສັກໃນການພັດທະນາເສດຖະກິດ-ສັງຄົມຈຳນວນໜຶ່ງ ພ້ອມທັງສະເໜີຂໍທຶນກໍ່ສ້າງເສັ້ນທາງໃນຕົວເມືອງ 12 ເສັ້ນ ມູນຄ່າລວມ 40 ຕື້ກີບ ອີງຕາມແຜນພັດທະນາເມືອງປາກແບງໃຫ້ກາຍເປັນເມືອງບໍລິການ ແລະ ການທ່ອງທ່ຽວ ທຶນກໍ່ສ້າງທະລຸເສັ້ນທາງເຂົ້າບ້ານທີ່ບໍ່ມີເສັ້ນທາງລົດ 11 ບ້ານ ມູນຄ່າ 3 ຕື້ກີບ ແລະ ທຶນທະລຸຈັດສັນບ້ານ (ໂຮມ 2 ບ້ານເຂົ້າກັນ) ບ້ານຈອມແສນ ແລະ ບ້ານນ້ຳເຢັນ ແລະ ອື່ນໆ.

ຈາກນັ້ນ ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ໂອ້ລົມ ຊີ້ທິດເຍືອງທາງຕໍ່ກອງປະຊຸມ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງ ເຊິ່ງປະກອບມີຊຸດ PPE 3 ແກັດ ຜ້າອັດປາກ-ອັດດັງ 2 ແກັດ ເຈວລ້າງມື 5 ແກັດ ແລະ ເງິນສົດຈຳນວນໜຶ່ງ ມູນຄ່າ 13 ລ້ານກີບ ມອບໃຫ້ທ່ານເຈົ້າເມືອງໆປາກແບງເພື່ອນຳໄປແຈກຢາຍໃຫ້ພາກສ່ວນກ່ຽວຂ້ອງ ແລະ ໃນວັນດຽວກັນ ທ່ານປະທານສະພາແຫ່ງຊາດຍັງໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ NKB ກໍ່ສ້າງເຄຫາ ແລະ ຂົວທາງ ເພື່ອຮັບຟັງການລາຍງານສະພາບການເຄື່ອນໄຫວ ແລະ ດຳເນີນກິດຈະການສຳຫຼວດຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ເມືອງປາກແບງ ແຂວງອຸດົມໄຊ ເຊິ່ງໄດ້ຮັບການຕ້ອນຮັບ ແລະ ລາຍງານສະພາບການດັ່ງກ່າວຈາກທ່ານ ທັນວາ ບົວລະພັນ ປະທານບໍລິສັດດັ່ງກ່າວຕື່ມອີກ.
# ຂ່າວ ແລະ ພາບ : ສະພາແຫ່ງຊາດ