ຊໍາຊຸງລາວ ໄດ້ຮັບກຽດຈາກຜູ້ບໍລິຫານຫຼາຍພາກສ່ວນ ຈັດງານວາງສະແດງນະວັດຕະກໍາຄັ້ງທໍາອິດຢູ່ ສປປ ລາວ ໃນງານ The Unveiling of The Next Galaxy ເພື່ອນໍາສະເໜີນະວັດຕະກໍາໂທລະສັບມືຖືຈໍພັບຮຸ່ນໃໝ່ຫຼ້າສຸດ Galaxy Z Fold4 ແລະ Galaxy Z Flip4 ໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາຜັດກັບຜະລິດຕະພັນຕົວຈິງຢ່າງໃກ້ຊິດ ເຊິ່ງພິທີນຳສະເໜີນະວັດຕະກຳດັ່ງກ່າວ ຈັດຂຶ້ນວັນທີ 12 ສິງຫາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຈ ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານສະແດງນະວັດຕະກໍາຄັ້ງນີ້ ສືບເນື່ອງມາຈາກງານ Samsung Global Unpacked 2022 ຈັດຂຶ້ນໃນວັນທີ 10 ສິງຫາຜ່ານມາ ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຈໍານວນຫຼາຍໃນການສັ່ງຈອງສິນຄ້າລ່ວງໜ້າ ເຮັດໃຫ້ງານ The Unveiling of The Next Galaxy ຄັ້ງນີ້ ເປັນອີກໜຶ່ງຊ່ອງທາງທີ່ຈະຊ່ວຍໃຫ້ຜູ້ບໍລິໂພກເຂົ້າໃຈເຖິງນະວັດຕະກໍາລະດັບໂລກຂອງຊໍາຊຸງ ທີ່ບໍ່ພຽງສ້າງຄວາມກ້າວໜ້າທາງເຕັກໂນໂລຊີແກ່ສັງຄົມ ແຕ່ຍັງມີເປົ້າໝາຍໃນການພັດທະນາທີ່ສອດຄ່ອງກັບຄວາມຍືນຍົງທັງໃນດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ.

ທ່ານ ສຈ ດຣ ບໍ່ວຽງຄຳ ວົງດາລາ ກ່າວເປີດງານມີຄໍາເຫັນວ່າ: ໂດຍລວມແລ້ວ ງານເປີດຕົວຜະລິດຕະພັນສິນຄ້າຂອງ Samsung ຄັ້ງນີ້ ມີສ່ວນຮ່ວມໃນການຊ່ວຍເຫຼືອ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີດີຈີຕອນໃນທຸກຂະແໜງການ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ເປັນອຸດສາຫະກໍາທີ່ທັນສະໄໝ ແລະ ຖືໄດ້ວ່າເປັນສ່ວນໜຶ່ງໃນການສົ່ງເສີມການຂະຫຍາຍຄວາມຮູ້ ຄວາມສາມາດໃນດ້ານຕ່າງໆສໍາລັບຜູ້ໃຊ້ໃນລາວ ພ້ອມທັງເປັນການຍົກລະດັບຄວາມເຂັ້ມແຂງໃຫ້ກັບໂຄງສ້າງດ້ານເຕັກໂນໂລຊີ ແລະ ການສື່ສານຂອງບ້ານເຮົາ ເຊິ່ງຈະເປັນປະໂຫຍດສໍາລັບການເຮັດວຽກໃນຂະແໜງການຕ່າງໆ ບໍ່ວ່າຈະເປັນດ້ານເຕັກໂນໂລຊີ ແລະ ການສື່ສານທັງພາກລັດ ແລະ ເອກະຊົນ ລວມໄປເຖິງສະຖາບັນຄົ້ນຄວ້າ ມະຫາວິທະຍາໄລ ພາກທຸລະກິດ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແລະ ຂົງເຂດອືື່ນໆ.

ທ່ານ ຊອງກຶນລີ ຜູ້ບໍລິຫານສາຂາກຳປູເຈຍ ແລະ ລາວ ຂອງບໍລິສັດໄທຊໍາຊຸງເອເລັກໂຕຣນິກ ກ່າວຕື່ມວ່າ: ດັ່ງທີ່ຫຼາຍຄົນຮູ້ດີວ່າ ຊໍາຊຸງເປັນຜູ້ນໍາດ້ານເຕັກໂນໂລຊີເຄື່ອງໃຊ້ເອເລັກໂຕຣນິກ ເຊິ່ງແມ່ນໜຶ່ງໃນຈຸດປະສົງສຳຄັນຂອງພວກເຮົາ ກໍຄືການນຳສະເໜີນະວັດຕະກໍາສູ່ຜູ້ບໍລິໂພກ ເຊັ່ນດຽວກັນກັບ Galaxy Z Flip4 ແລະ Galaxy Z Fold4 ທີ່ເປັນນະວັດຕະກໍາຫຼ້າສຸດຂອງພວກເຮົາ ທີ່ພັດທະນາມາເພື່ອຜູ້ບໍລິໂພກສໍາລັບການເຮັດວຽກ ແລະ ການພັກຜ່ອນ ແຕ່ນອກຈາກນັ້ນ ຊໍາຊຸງຍັງໄດ້ເອົາໃຈໃສ່ໃນດ້ານການພັດທະນາແບບຍືນຍົງໃນດ້ານອື່ນໆ ໂດຍສະເພາະ ດ້ານສິ່ງແວດລ້ອມ ເຊິ່ງເຮັດໃຫ້ພວກເຮົາຄິດຄົ້ນການນໍາເອົາວັດຖຸທີ່ນໍາໃຊ້ແລ້ວນຳກັບມາໃຊ້ໃໝ່ເພີ່ມເຂົ້າມາປະກອບໃນຜະລິດຕະພັນໃຫ້ຫຼາຍຂຶ້ນ ທີ່ນອກເໜືອຈາກການນໍາໃຊ້ສໍາລັບການເຮັດກ່ອງຫຸ້ມຫໍ່ ເຊິ່ງພວກເຮົາດໍາເນີນການມາກ່ອນໜ້ານີ້ແລ້ວ ພ້ອມນັ້ນ ພວກເຮົາຍັງເປັນສ່ວນໜຶ່ງຂອງໂຄງການ “ເປົ້າໝາຍການພັດທະນາແບບຍືນຍົງ” ຂອງ UNDP ອີກດ້ວຍ.

ງານໃນຄັ້ງນີ້ ຍັງສະແດງໃຫ້ເຫັນວ່າ ໂທລະສັບມືຖືມີຄວາມຫຼາກຫຼາຍໃນຄຸນສົມບັດການສື່ສານຫຼັກແນວໃດ ເພື່ອຍົກລະດັບວິຖີຊີວິດຂອງຜູ້ຊົມໃຊ້ໃນຍຸກປັດຈຸບັນ ເຊິ່ງຊໍາຊຸງເປັນຜູ້ບຸກເບີກ ແລະ ຍອມຮັບໃນຄຸນຄ່ານີ້ມາໂດຍຕະຫຼອດ ຄວາມກະຕືລືລົ້ນທີ່ບໍ່ມີຈຸດສິ້ນສຸດ ໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີຂັ້ນສູງນີ້ ຈະເປັນໜຶ່ງໃນຫຼາຍໆເຄື່ອງມືທີ່ຊໍາຊຸງຈະນຳມາສະໜັບສະໜຸນການຈັດງານ World Expo 2030 ທີ່ເມືອງປູຊານ ສ ເກົາຫຼີ ເຊິ່ງຜູ້ຄົນຈະໄດ້ສຳຜັດກັບເຕັກໂນໂລຊີ 6G ຫຼ້າສຸດ ພ້ອມກັບຜະລິດຕະພັນໃໝ່ທີ່ໜ້າຕື່ນເຕັ້ນອີກຫຼາກຫຼາຍຢ່າງຈາກຊໍາຊຸງ ມັນເປັນສິ່ງທີ່ລືມບໍ່ໄດ້ເລີຍວ່າ ປູຊານ ເປັນເມືອງທີ່ມີສັກກະຍະພາບໃນການຈັດງານຕ່າງໆລະດັບໂລກ ແລະ ເປັນໜຶ່ງໃນເມືອງທີ່ເຕີບໂຕໄວທີ່ສຸດໃນແງ່ຂອງໂຄງສ້າງພື້ນຖານ ແລະ ນະວັດຕະກຳສຳລັບປະຊາຊົນ ແລະ ຍັງເຊື່ອວ່າມັນຈະສືບຕໍ່ເປັນສ່ວນໜຶ່ງຂອງການຈັດງານ Expo ລະດັບໂລກ ທີ່ຈະມອບປະສົບການທີ່ໜ້າຈົດຈຳ ແລະ ຄວາມສຳເລັດອັນຍິ່ງໃຫຍ່ໃຫ້ກັບປະເທດຕ່າງໆໃນທົ່ວໂລກ.

# ຂ່າວ – ພາບ : ລັດເວລາ