ປະດັບຫຼຽນກາມິດຕະພາບ ໃຫ້ແກ່ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳລາວ

    ວັນ​ທີ 17 ມີ­ນາ 2020 ທີ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ພິ­ທີ­ການ​ປະ­ດັບ​ຫຼຽນ​ກາ​ມິດ­ຕະ­ພາບ​ໃຫ້​ແກ່​ທ່ານ ອົກ​ຕາ​ວຽນ ບີ​ໂວ ຜູ້­ຕາງ­ໜ້າ​ອົງ­ການ​ອຸຍ​ນີ​ເຊບ​ປະ­ຈຳ​ລາວ ໃນ​ໂອ­ກາດ​ທີ່​ສີ້ນ​ສຸດ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຢູ່​ລາວ ມອບ​ໂດຍ​ທ່ານ ທອງ​ຜ່ານ ສະ­ຫວັນ​ເພັດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

    ທ່ານ ອົກ​ຕາ​ວຽນ ບີ​ໂວ ໄດ້​ຖືກ​ແຕ່ງ­ຕັ້ງ​ມາ​ໃຫ້​ມາ​ເປັນ​ຜູ້­ຕາງ­ໜ້າ​ອົງ­ການ​ອຸຍ​ນີ​ເຊບ​ປະ­ຈຳ​ລາວ​ໃນ​ທ້າຍ​ປີ 2017 ຕະ­ຫຼອດ​ໄລ­ຍະ​ຂອງ​ການ​ປະ­ຕິ­ບັດ​ໜ້າ­ທີ່ ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ ເຂົ້າ​ໃນ​ການ­ເຄື່ອນ­ໄຫວ​ຊີ້​ນຳ​ວຽກ​ງານ​ການ​ຊ່ວຍ­ເຫຼືອ​ຂອງ​ອົງ­ການ​ອຸຍ​ນີ​ເຊບ​ຕໍ່​ລາວ ເປັນ­ຕົ້ນ​ແມ່ນ​ການ​ຊຸກ­ຍູ້ ແລະ ສະ­ໜັບ­ສະ­ໜູນ​ລັດ­ຖະ­ບານ​ໃນ​ວຽກ​ງານ​ການ​ພັດ­ທະ­ນາ​ເດັກ­ນ້ອຍ ສົ່ງ­ເສີມ​ການ​ຂະ­ຫຍາຍ ແລະ ປັບ­ປຸງ​ການ​ໃຫ້​ບໍ­ລິ­ການ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ຕິດ­ແປດ​ຕ່າງໆ ສົ່ງ­ເສີມ​ໂພ­ຊະ​ນາ​ການ​ເດັກ ປັບ­ປຸງ​ການ​ສຶກ​ສາ​ໃນ​ຂັ້ນ​ອະ­ນຸ­ບານ ນ້ຳ​ສະ­ອາດ​ໃນ​ຊຸມ​ຊົນ ສະ­ຖານ­ທີ່​ການ​ສຶກ​ສາ​ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ ການ​ຊ່ວຍ­ເຫຼືອ​ສຸກ​ເສີນ​ໃນ​ເວ­ລາ​ເກີດ ແລະ ການ​ພື້ນ​ພູ​ຫຼັງ​ໄພ­ພິ­ບັດ ຊຸກ­ຍູ້​ວຽກ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ທີ່​ຕິດ​ພັນ​ກັບ​ແມ່­ຍິງ ແລະ ເດັກ­ນ້ອຍ.

    ປັດ­ຈຸ­ບັນ ອົງ­ການ​ອຸຍ​ນີ​ເຊບ​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ­ການ​ຮ່ວມ​ມື​ການ​ພັດ­ທະ­ນາ​ຢູ່​ລາວ​ສຳ­ລັບ​ສົກ​ປີ 2017-2021 ເຊິ່ງ​ສຸມ​ໃສ່​ວຽກ​ງານ​ສຸ­ຂະ­ພາບ​ແມ່ ແລະ ເດັກ ໂພ­ຊະ​ນາ​ການ ການ​ສຶກ​ສາ ແຜນ​ງານ​ນ້ຳ ແລະ ສຸ­ຂາ​ນາ​ໄມ ການ​ປົກ​ປ້ອງ​ເດັກ ນະ­ໂຍ­ບາຍ ແຜນ​ຕິດ­ຕາມ ແລະ ປະ​ເມີນ​ຜົນ​ວຽກ​ງານ​ໂຄ­ສະ­ນາ ແລະ ສື່​ມວນ​ຊົນ ໃນ​ວັນ​ດຽວ​ກັນ​ນັ້ນ​ທ່ານ ອົກ​ຕາ​ວຽນ ບີ​ໂບ ກໍ​ໄດ້​ເຂົ້າ​ຢ້ຽມ​ອຳ​ລາ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ອີກ​ດ້ວຍ.

error: Content is protected !!