ສະເຫຼີມສະຫຼອງວັນໄວໜຸ່ມສາກົນ ປະຈໍາປີ 2022 ​

    ກົມຂະບວນການຊາວໜຸ່ມ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການ UNFPA  ສູນການສຶກສາ ແລະ ວັດທະນະທໍາເດັກ ແລະ ສະໂມ ສອນໄວໜຸ່ມ ຈັດພິທີສະເຫຼີມ ສະຫຼອງວັນໄວໜຸ່ມສາກົນ ປະຈໍາປີ 2022 ພາຍໃຕ້ຫົວຂໍ້: ຄວາມສາມັກຄີ ລະຫວ່າງຄົນ ທຸກຮຸ່ນ-ການສ້າງໂລກສໍາລັບຄົນທຸກເພດໄວ(Intergeneratioal Solidarity Creating a World for All Ages) ລະຫວ່າງວັນທີ 12-14 ສິງຫາ 2022 ທີ່ສູນການຄ້າລາວ-ໄອ ເຕັກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ມອນໄຊ ລາວມົວ ຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານນາງ ມາລ່ຽມ ເອຄານ ຜູ້ຕາງໜ້າອົງການສະ ຫະປະຊາຊາດ ກອງທືນສໍາລັບ ປະຊາກອນ (UNFPA)  ພ້ອມ ດ້ວຍທ່ານ ໄຊມຸງຄຸນ ຈັນທະ ປະເສີດ ປະທານສູນການສຶກສາ ແລະ ວັດທະນະທໍາເດັກ ບັນດາ ອົງການຈັດຕັ້ງພາກລັດ ສາກົນ ສະມາຄົມ ສະໂມສອນ ກຸ່ມໄວ ໜຸ່ມທົ່ວໄປ ທີ່ເຄື່ອນໄຫວວຽກ ງານໃນຂົງເຂດຊາວໜຸ່ມ-ໄວໜຸ່ມ ລວມ 35 ກວ່າພາກສ່ວນ ເຂົ້າ ຮ່ວມ.

    ທ່ານ ມອນໄຊ ລາວມົວຊົ່ງ ໄດ້ກ່າວເປີດງານວ່າ: ຈຸດປະສົງ ກິດຈະກໍາຄັ້ງນີ້ ເພື່ອສ້າງຂະ ບວນການຄຳນັບຮັບຕ້ອນວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 31 ປີ ວັນຍຶດ ອານາດອານາດທົ່ວປະເທດຄົບຮອບ 77 ປີ  ແລະ ຄຳນັບຮັບ ຕ້ອນກອງປະຊຸມໃຫຍ່ສະຫະ ພັນຊາວໜຸ່ມລາວ ຄັ້ງທີ I ທີ່ຈະ ໄຂຂຶ້ນ ໃນມໍ່ໆນີ້ ກິດຈະກໍາພາຍ ໃນງານປະກອບມີ ການບໍລິຈາກເລືອດທົ່ວໄປຊ່ວຍສັງຄົມ ການແຂ່ງຂັນໂຕ້ວາທີຂອງໄວໜຸ່ມ ການແຂ່ງຂັນສະແດງສິລະປະ ແຂ່ງຂັນຖາມ-ຕອບຄວາມຮູ້ຮອບຕົວ ເວທີສົນທະນາແລກປ່ຽນຫົວຂໍ້: ການມີສ່ວນຮ່ວມຂອງໄວໜຸ່ມໃນການສົ່ງເສີມວຽກງານ ຫຼາຍຢ່າງຂອງຊາວໜຸ່ມ ການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນຂອງໄວໜຸ່ມ ສົນທະນາທຶນການສຶກສາ ແລະ ສົນທະນາວຽກງານສິ່ງແວດ ລ້ອມ ນອກຈາກນີ້ເວທີໄວໜຸ່ມປະກອບມີ: ການເຕັ້ນ ຮ້ອງເພງ ເປົ່າແຄນ ແລະ ສະແດງຮ້ອງເພງສີລະປິນຮັບເຊີນຂອງໄວໜຸ່ມ ກິດຈະກໍາແບ່ງປັນນ້ໍາໃຈຈາກໄວໜຸ່ມສູ່ໄວໜຸ່ມ ແລະ ການວາງສະແດງຜົນງານຂອງບັນດາອົງການທີ່ເຮັດວຽກງານພັດທະນາຊາວໜຸ່ມ-ໄວໜຸ່ມ ນອກຈາກນີ້ທພາຍໃນງານ ມີການມອບໃບກຽດຕິຄຸນ ໃບຍ້ອງຍໍ ໃຫ້ພາກສ່ວນທີ່ສະໜັບສະໜູນໃນງານຄັ້ງນີ້ ແລະ ກິດຈະກຳອື່ນໆ ອີກຫຼາຍຢ່າງ ງານຈະ ເລີ່ມແຕ່ເວລາ 10:00 ຫາ 20:00 ໂມງ.

error: Content is protected !!