ນໍ້າຖ້ວມເທດສະບານເມືອງຄອບ ແຂວງໄຊຍະບູລີ

        ເນື່ອງຈາກວ່າພະ ຍຸເຂດຮ້ອນ ພັດຜ່ານເຂົ້າມາປະເທດລາວ ຊຶ່ງກໍ່ໃຫ້ເກີດມີຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງ ໃນເວລາຄໍ່າຄືນວັນທີ 11 -12 ສິງຫາ 2022  ເຮັດໃຫ້ນໍ້າປ່າໄຫຼ່ ລົງສູ່ແມ່ນໍ້າສາຍຕ່າງໆ ກໍ່ໃຫ້ເກີດນໍ້າຖ້ວມເຮືອນຊານ, ບ້ານຊ່ອງ, ພື້ນທີ ການຜະລິດຂອງປະຊາຊົນ ແລະ ຖະໜົນສາຍບາງສາຍພາຍໃນເມືອງ ໂດຍສະເພາະແມ່ນບັນດາບ້ານທີ່ຕັ້ງລຽບຕາມແຄມສາຍນໍ້າຕ່າງໆ ທີ່ເຫັນວ່າມີຄວາມສ່ຽງຄື: ເຂດບ້ານ ຫ້ວຍນົກກົດ, ບ້ານ ນໍ້າພ້າວ, ສະຖານ, ຜາບ່ອງ, ຫ້ວຍພະນ້ອຍ ແລະ ປາງໄຮ ຊຶ່ງໄດ້ຮັບຜົນກະທົບ ເປັນຈໍານວນຫຼວງຫຼາຍ ໃນປະຈຸບັນບໍ່ສາມາດປະເມີນຄ່າເສຍຫາຍໄດ້ເທື່ອ ເພາະພາກສ່ວນທີ່ກ່ຽວຂ້ອງຍັງໄດ້ລົງສໍາຫຼວດເກັບກໍາຂໍ້ມູນທີເສຍຫາຍຕົວຈິ່ງໃນແຕ່ລະບ້ານ ສ່ວນລາຍລະອຽດ ແມ່ນຈະລາຍງານໃຫ້ຮູ້ ຕາມພາຍຫຼັງ.

      ດັງນັ້ນຂໍໃຫ້ປະຊາຊົນ, ພະນັກ ງານ, ທະຫານຕໍາຫຼວດ ທຸກທົ່ວໜ້າພາຍໃນເມືອງ ຈົ່ງເປັນເຈົ້າການໃນການຕິດຕາມ ເຝົ້າລະວັງ ແລະ ຕິດຕາມສະພາບດິນຟ້າອາກາດ ໂດຍສະເພາະແມ່ນທາງອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ຂ່າວ – ພາບ: ທອງແກ້ວ ພອນມະລີ

error: Content is protected !!